ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ກອງປະຊຸມສາມັນ ຜູ້ຖືຮຸ້ນ ປະຈຳປີ 2017

10/04/2018

ຂ່າວ · 10/04/2018

ກອງປະຊຸມສາມັນ ຜູ້ຖືຮຸ້ນ ປະຈຳປີ 2017

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2017 ໃນວັນທີ 06 ເມສາ 2018 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະພາບໍລິຫານ ຜ-ຟຟລ. ເຂົ້າຮ່ວມໃນກອງປະຊຸມດັ່ງກ່າວມີ ທ່ານ ບຸນອຸ້ມ ສີວັນເພັງ, ຜູ້ອຳນວຍການໃຫຍ່ ຟຟລ, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນ. ຈຸດປະສົງສຳຄັນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຄືນ ຜົນການດໍາເນີນງານຂອງ ຜ-ຟຟລ ໃນປີ 2017 ແກ່ຜູ້ຖືຮຸ້ນ ຮັບຊາບ ແລະ ຮັບຮອງແຜນການດໍາເນີນທຸລະກິດ ລວມທັງແຜນຍຸດທະສາດສຳລັບປີ 2018.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)