ໃນວັນທີ 29 ກັນຍາ 2026 ຄະນະຈາກ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັບພາກສ່ວນການນຳຂອງແຂວງຫຼວງພະບາງ ແລະ ເມືອງຊຽງເງິນ ລົງພື້ນທີ່ຕິດຕາມຊີວິດການເປັນຢູ່ຂອງປະຊາຊົນໃນເຂດອ້ອມເຂື່ອນໄຟຟ້ານ້ຳຄານ 2-3 ພາຍຫຼັງປະຊາຊົນໄດ້ຮັບການຟື້ນຟູຊີວິດການເປັນຢູ່ ຈາກໂຄງການກໍ່ສ້າງເຂື່ອນໃນໄລຍະດຳເນີນໂຄງການ.
ການລົງພື້ນທີ່ຄັ້ງນີ້ ນຳໂດຍ ທ່ານ ສິລິພົມ ແສງອ່ອນແກ້ວ ຮອງຜູ້ອຳນວຍການໃຫຍ່ ຜ-ຟຟລ, ພ້ອມດ້ວຍ ທ່ານ ສົມມະລີ ຄຳເກັ່ງ ຮອງປະທານສະພາປະຊາຊົນແຂວງຫຼວງພະບາງ ແລະ ທ່ານ ສຸກດາວັນ ພັນຈັກຂັນ ເລຂາຄະນະບໍລິຫານງານພັກເມືອງຊຽງເງິນ, ພ້ອມດ້ວຍຄະນະ ແລະ ພາກສ່ວນທີ່ກ່ຽວຂ້ອງ.
ໃນໂອກາດນີ້ ຄະນະໄດ້ມີການປະຊຸມຮ່ວມກັນ ພ້ອມທັງລົງພື້ນທີ່ຕົວຈິງຕິດຕາມສະພາບຊີວິດ ແລະ ການເປັນຢູ່ຂອງປະຊາຊົນພາຍຫຼັງຈາກໄດ້ຮັບການຟື້ນຟູຊີວິດການເປັນຢູ່ຕາມຂອບເຂດຂອງໂຄງການໃນໄລຍະກໍ່ສ້າງເຂື່ອນ. ພ້ອມທັງຮັບຟັງສະພາບການດຳລົງຊີວິດ, ການປັບຕົວ ແລະ ສະພາບການເປັນຢູ່ຂອງປະຊາຊົນໃນພື້ນທີ່.
ການລົງຕິດຕາມໃນຄັ້ງນີ້ ຍັງເປັນໂອກາດໃຫ້ ຜ-ຟຟລ ແລະ ພາກສ່ວນທ້ອງຖິ່ນ ໄດ້ພົບປະ ແລະ ແລກປ່ຽນຂໍ້ມູນກັບປະຊາຊົນໂດຍກົງ ເພື່ອຮັບຮູ້ສະພາບຕົວຈິງຈາກພື້ນທີ່ ແລະ ນຳຂໍ້ມູນທີ່ໄດ້ຮັບໄປເປັນຂໍ້ມູນປະກອບໃນການຕິດຕາມວຽກງານຕໍ່ໄປ.
ທັງນີ້, ການລົງພື້ນທີ່ໃນຄັ້ງນີ້ ສະທ້ອນເຖິງການໃຫ້ຄວາມສຳຄັນຂອງ ຜ-ຟຟລ ຕໍ່ການປະສານງານກັບພາກລັດ ແລະ ທ້ອງຖິ່ນ ພ້ອມທັງໃຫ້ຄວາມສຳຄັນຕໍ່ຊີວິດຢູ່ຂອງປະຊາຊົນອ້ອມຂ້າງເຂື່ອນຢ່າງຕໍ່ເນື່ອງ.







