ວິໄສທັດ
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ມີຄວາມມຸ່ງໝັ້ນທີ່ຈະ:
- ເປັນບໍລິສັດນຳໜ້າ ຂອງ ສປປ ລາວ ໃນການຜະລິດພະລັງງານໄຟຟ້າ ທີ່ໝັ້ນຄົງ ເພື່ອຕອບສະໜອງໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຂອງພູມີພາກຕາມທິດ ສີຂຽວ ແລະ ຍືນຍົງ.
- ເປັນບໍລິສັດນຳໜ້າ ໃນການໃຫ້ບໍລິການຄຸ້ມຄອງ ແລະ ບຳລຸງຮັກສາ ໂຮງງານຜະລິດໄຟຟ້າໃນ ສປປ ລາວ ແລະ ໃນພູມີພາກ.
- ເປັນບໍລິສັດນຳໜ້າທີ່ ສ້າງມູນຄ່າເພີ່ມ ໃຫ້ແກ່ຜູ້ຖືຮຸ້ນ.
ພາລະກິດ
- ສະໜອງໄຟຟ້າ ດ້ວຍແຫຼ່ງພະລັງງານສະອາດ ແລະ ພະລັງງານທົດແທນ ໂດຍຄຳນຶງເຖິງສິ່ງແວດລ້ອມ ເພື່ອສ້າງຄວາມໝັ້ນຄົງ ແລະ ຍືນຍົງທາງດ້ານພະລັງງານໃຫ້ແກ່ປະເທດ ແລະ ພູມີພາກ.
- ມີຂະບວນການຕັດສິນໃຈ ແລະ ຂັ້ນຕອນການດຳເນີນງານທີ່ຈະແຈ້ງ, ໂປ່ງໃສ ແລະ ກວດສອບໄດ້.
- ສົມທົບຢ່າງສະໜິດແໜ້ນ ກັບ ຄູ່ຮ່ວມຍຸດທະສາດ ແລະ ບໍລິສັດຈຳໜ່າຍພະລັງງານໄຟຟ້າ ໃນການສະໜອງພະລັງງານໄຟຟ້າ ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດ ແລະ ພູມີພາກ.
- ຕັ້ງໜ້າຍົກສູງປະສິດທິພາບ ແລະ ພັດທະນາບໍລິສັດໃນທຸກດ້ານ ເພື່ອໃຫ້ກາຍເປັນທັງຜູ້ຜະລິດ ແລະ ໃຫ້ບໍລິການຄຸ້ມຄອງ-ບຳລຸງຮັກສາ ໂຮງງານຜະລິດໄຟຟ້າ ໃນ ສປປ ລາວ ແລະ ພູມີພາກ.
- ລົງທຶນໃນທຸລະກິດທີ່ເນັ້ນໃສ່ການສ້າງມູນຄ່າເພີ່ມ ທັງໄລຍະສັ້ນ ແລະ ໃນໄລຍະຍາວ ເພື່ອໃຫ້ໄດ້ຮັບຜົນຕອບແທນ ທີ່ ສູງສຸດ ຢ່າງຕໍ່ເນື່ອງໃຫ້ແກ່ຜູ້ຖືຮຸ້ນ.