ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ພົວພັນນັກລົງທຶນ › ປະຕິທິນ

ປະຕິທິນພົວພັນນັກລົງທຶນ

ກອງປະຊຸມ, ງານນຳສະເໜີ ແລະ ກິດຈະກຳນັກລົງທຶນຂອງ ຜ-ຟຟລ

10
Apr

ກອງປະຊຸມສາມັນ ຜູ້ຖືຮຸ້ນ ປະຈຳປີ 2018

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກອງປະຊຸມສາມັນຜູ້ຖືຮຸ້ນ ປະຈຳປີ 2018 ໃນວັນທີ 09 ເມສາ 2019 ທີ່ ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ບຸນອຸ້ມ ສີວັນເພັງ, ຮອງປະທານສະພາບໍລິຫານ ຜ-ຟຟລ, ຜູ້ອຳນວຍການໃຫຍ່ ຟຟລ, ພ້ອມດ້ວຍ ຄະນະສະພາບໍລິຫານຂອງ ຜ-ຟຟລ, ບັນດາຜູ້ຖືຮຸ້ນ ແລະ ແຂກທີ່ຖືກເຊີນ. ຈຸດປະສົງສຳຄັນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນເພື່ອລາຍງານຄືນ ຜົນການດໍາເນີນງານຂອງ ຜ-ຟຟລ ໃນປີ 2018 ແກ່ຜູ້ຖືຮຸ້ນ ຮັບຊາບ ແລະ ຮັບຮອງແຜນການດໍາເນີນທຸລະກິດ ລວມທັງແຜນຍຸດທະສາດສຳລັບປີ 2019.

15:00 - 16:30   ຫ້ອງປະຊຸມໃຫຍ່ ສຳນັກງານໃຫຍ່ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ທີ່ນະຄອນຫຼວງວຽງຈັນ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)