ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ສືບຕໍ່ຍົກລະດັບລະບົບບໍລິຫານຄຸນນະພາບ ຈັດຝຶກອົບຮົມດ້ານ ISO 9001:2026 ແລະ ການບໍລິຫານຄວາມສ່ຽງໃນການປະຕິບັດວຽກງານ

12/10/2026

ຂ່າວ · 12/10/2026

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ສືບຕໍ່ຈັດຝຶກອົບຮົມເພື່ອຍົກລະດັບຄວາມຮູ້ ແລະ ທັກສະຂອງພະນັກງານ ພາຍໃຕ້ຫົວຂໍ້ “ISO 9001:2026 Process Approach, Risk-Based Thinking and Quality Culture & Ethics ແລະ Hazard Identification & Risk Assessment (HIRA)” ຫຼື ຂະບວນການປະຕິບັດວຽກງານທີ່ກ່ຽວພັນ, ແລະ ຂະບວນການວິເຄາະການຄຸ້ມຄອງ ແລະ ບໍລິຫານຄວາມສ່ຽງໃນການປະຕິບັດວຽກງານ”. ໃນລະຫວ່າງວັນທີ 05–07 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 1, ບໍລິສັດ ລັດວິສາຫະກິດ ໄຟຟ້າລາວ (ຟຟລ) ໂດຍມີພະນັກງານຈາກບັນດາຝ່າຍ ແລະ ເຂື່ອນໄຟຟ້າພາຍໃຕ້ການຄຸ້ມຄອງຂອງ ຜ-ຟຟລ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ຜ່ານລະບົບອອນລາຍ.

ພິທີເປີດການຝຶກອົບຮົມ ໄດ້ຮັບກຽດເປັນປະທານໂດຍ ທ່ານ ນາງ ໂພຄິນ ອັບໄພ, ຮອງຜູ້ອຳນວຍການໃຫຍ່ ສາຍງານບໍລິຫານ ຜ-ຟຟລ, ພ້ອມດ້ວຍຄະນະຜູ້ອຳນວຍການຝ່າຍ ແລະ ບັນດາສຳມະນາກອນ. ໂດຍໄດ້ຮັບກຽດຈາກ ທ່ານ ອາຈານ ວັດສະລະ ສີປານ, ວິທະຍາກອນ ແລະ ທີ່ປຶກສາດ້ານລະບົບບໍລິຫານຄຸນນະພາບ, ອາຊີວະອະນາໄມ, ຄວາມປອດໄພ ແລະ ສິ່ງແວດລ້ອມ ພ້ອມຄະນະ ເປັນຜູ້ຖ່າຍທອດຄວາມຮູ້.

ການຝຶກອົບຮົມຄັ້ງນີ້ ເປັນການສືບຕໍ່ຈາກການຝຶກອົບຮົມຫົວຂໍ້ “ISO 9001:2026 DIS / Update Key Change Point ແລະ ການກວດປະເມີນລະບົບບໍລິຫານຄຸນນະພາບພາຍໃນ” ທີ່ ຜ-ຟຟລ ໄດ້ຈັດຂຶ້ນໃນວັນທີ 07–08 ກັນຍາ 2026 ຜ່ານມາ, ເຊິ່ງໄດ້ເນັ້ນການຮຽນຮູ້ກ່ຽວກັບປະເດັນການປ່ຽນແປງຂອງມາດຕະຖານ ISO 9001 ແລະ ການກວດປະເມີນລະບົບບໍລິຫານຄຸນນະພາບພາຍໃນ. ສຳລັບຄັ້ງນີ້ ໄດ້ມຸ່ງເນັ້ນການພັດທະນາຄວາມຮູ້ໃນດ້ານການບໍລິຫານຂະບວນການ, ການຄິດໂດຍອີງໃສ່ຄວາມສ່ຽງ, ວັດທະນະທຳຄຸນນະພາບ ແລະ ຈັນຍາບັນໃນການປະຕິບັດວຽກງານ.

ເນື້ອໃນສຳຄັນຂອງການຝຶກອົບຮົມ ໄດ້ປະກອບມີ ການສຶກສາແນວຄິດ Process Approach ເພື່ອໃຫ້ພະນັກງານເຂົ້າໃຈຄວາມເຊື່ອມໂຍງຂອງຂະບວນການເຮັດວຽກ, ການນຳໃຊ້ Risk-Based Thinking ເພື່ອລະບຸ ແລະ ປະເມີນຄວາມສ່ຽງ, ຕະຫຼອດເຖິງການສົ່ງເສີມວັດທະນະທຳຄຸນນະພາບ ແລະ ຈັນຍາບັນໃນອົງກອນ.

ນອກຈາກນັ້ນ, ສຳມະນາກອນຍັງໄດ້ຮຽນຮູ້ ແລະ ຝຶກປະຕິບັດຜ່ານເຄື່ອງມືສຳຄັນ ປະກອບມີ Hazard Identification & Risk Assessment (HIRA), Job Safety Analysis (JSA) ແລະ Kiken Yochi Training (KYT) ເພື່ອສ້າງທັກສະໃນການລະບຸອັນຕະລາຍ, ວິເຄາະ ແລະ ຈັດລຳດັບຄວາມສ່ຽງ, ກຳນົດມາດຕະການປ້ອງກັນ ແລະ ວາງແຜນການດຳເນີນງານຢ່າງເປັນລະບົບ.

ຕະຫຼອດໄລຍະ 3 ວັນຂອງການຝຶກອົບຮົມ, ບັນດາສຳມະນາກອນໄດ້ຮ່ວມກັນແລກປ່ຽນຄວາມຮູ້ ແລະ ປະສົບການ ພ້ອມທັງຝຶກປະຕິບັດ (Workshop) ໃນການວິເຄາະຄວາມສ່ຽງ ແລະ ຈັດເຮັດແຜນດຳເນີນງານ ເພື່ອໃຫ້ສາມາດນຳຄວາມຮູ້ໄປປະຍຸກໃຊ້ກັບຂະບວນການເຮັດວຽກຕົວຈິງຂອງແຕ່ລະຝ່າຍ ແລະ ເຂື່ອນໄຟຟ້າ.

ໃນພິທີປິດການຝຶກອົບຮົມ, ທ່ານ ນາງ ໂພຄິນ ອັບໄພ ໄດ້ເນັ້ນວ່າ “ຄຸນນະພາບ ແລະ ຄວາມປອດໄພ ບໍ່ແມ່ນພຽງແຕ່ເລື່ອງຂອງເອກະສານ ຫຼື ຂໍ້ກຳນົດເທົ່ານັ້ນ, ແຕ່ແມ່ນວັດທະນະທຳການເຮັດວຽກ ທີ່ທຸກຄົນຕ້ອງຮ່ວມກັນປູກຝັງ ແລະ ປະຕິບັດໃຫ້ເກີດຂຶ້ນຈິງໃນທຸກໆມື້.”

ພ້ອມກັນນັ້ນ, ທ່ານຍັງໄດ້ໃຫ້ທິດທາງສຳຄັນແກ່ສຳມະນາກອນ ໂດຍເນັ້ນໃຫ້ປ່ຽນຄວາມຮູ້ເປັນການກະທຳ (Turn Knowledge into Action), ປັບປ່ຽນແນວຄິດຈາກການແກ້ໄຂບັນຫາໄປສູ່ການປ້ອງກັນລ່ວງໜ້າ (Proactive Mindset) ແລະ ຮັກສາວັດທະນະທຳຄຸນນະພາບ ຄວບຄູ່ກັບຈັນຍາບັນ ຄວາມຮັບຜິດຊອບ ແລະ ຄວາມໂປ່ງໃສໃນການປະຕິບັດໜ້າທີ່.

ການຈັດຝຶກອົບຮົມຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການໃຫ້ຄວາມສຳຄັນຂອງ ຜ-ຟຟລ ຕໍ່ການພັດທະນາບຸກຄະລາກອນ, ການຍົກລະດັບລະບົບບໍລິຫານຄຸນນະພາບ ແລະ ການສ້າງວັດທະນະທຳຄວາມປອດໄພໃນອົງກອນ ໂດຍມຸ່ງຫວັງໃຫ້ພະນັກງານສາມາດນຳຄວາມຮູ້ ແລະ ເຄື່ອງມືທີ່ໄດ້ຮັບໄປປະຍຸກໃຊ້ໃນວຽກງານຕົວຈິງ ເພື່ອຫຼຸດຜ່ອນຄວາມສ່ຽງ, ປ້ອງກັນອຸບັດຕິເຫດ, ເພີ່ມປະສິດທິພາບການດຳເນີນງານ ແລະ ປະກອບສ່ວນຂັບເຄື່ອນອົງກອນໄປສູ່ການພັດທະນາຢ່າງຍືນຍົງ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)