ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຝຶກອົບຮົມ ວຽກງານສື່ສານອົງກອນ ແລະ ສິ່ງແວດລ້ອມ-ສັງຄົມ

17/08/2018

ຂ່າວ · 17/08/2018

ຝຶກອົບຮົມ ວຽກງານສື່ສານອົງກອນ ແລະ ສິ່ງແວດລ້ອມ-ສັງຄົມ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ຈັດງານ ສຳມະນາ ທວນຄືນ ກ່ຽວກັບ ວຽກງານສື່ສານອົງກອນ ແລະ ສິ່ງແວດລ້ອມ-ສັງຄົມ ທີ່ເຂື່ອນ ໄຟຟ້າ ນ້ຳມັງ 3, ເມືອງ ທຸລະຄົມ, ແຂວງວຽງຈັນ ໃນລະຫ່ວາງ ວັນທີ 15-16 ສິງຫາ 2018.

ຈຸດປະສົງຂອງງານດັ່ງກ່າວ ກໍ່ເພື່ອເປັນການເປີດໂອກາດ ໃຫ້ບັນດາ ພະນັກງານທັງ ສຳນັກງານໃຫຍ່ ແລະ ບັນດາເຂື່ອນ ຕ່າງໆ ທີ່ຂຶ້ນກັບ ຜ-ຟຟລ ຈຳນວນ 34 ຄົນ ທີ່ຮັບຜິດຊອບວຽກງານດັ່ງກ່າວ ໄດ້ແລກປ່ຽນ ຖອດຖອນ ບົດຮຽນ ແລະ ປະສົບການ ໃນການເຮັດວຽກຮ່ວມກັນ ແລະ ນຳມາປັບປຸງ ເຮັດໃຫ້ວຽກງານດັ່ງກ່າວ ມີປະສິດຕິພາບເພີ່ມຂຶ້ນໃນອານາຄົດ


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)