ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ ເຂື່ອນໄຟຟ້ານໍ້າມັງ 3

08/01/2024

ຂ່າວ · 08/01/2024

ໃນວັນທີ 14 ທັນວາ 2023 ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ລົງມາເຄື່ອນໄຫວຢ້ຽມຢາມ ແລະ ປະຕິບັດພາລະກິດຢູ່ ເຂື່ອນໄຟຟ້ານໍ້າມັງ 3 ເຊິ່ງເປັນໂຄງການທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຄຸ້ມຄອງ.

ການລົງມາປະຕິບັດພາລະກິດຄັ້ງນີ້ ນອນຢູ່ໃນ ພາລະກິດລົງມາເຄື່ອນໄຫວຢ້ຽມຢາມ ແລະ ປະຕິບັດພາລະກິດຢູ່ ແຂວງວຽງຈັນ ເປັນກຽດຕິດຕາມພະນະທ່ານ ມີ ການນໍາຂັ້ນສູງຂອງກະຊວງ ແລະ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ, ມີ ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ແຂວງວຽງຈັນ, ເຈົ້າເມືອງທຸລະຄົມ, ທ່ານ ວົງສະກຸນ ຍິ່ງຍົງ ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ພາຍຫຼັງສຳເລັດກອງປະຊຸມ ຄະນະການນຳ ໄດ້ຢ້ຽມຊົມ ໂຮງຈັກຂອງເຂື່ອນໄຟຟ້ານ້ຳມັງ 3 ແລະ ຮັບຟັງກ່ຽວກັບການດຳເນີນຜະລິດຂອງເຂື່ອນດັ່ງກ່າວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)