ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ພິທີເປີດໂຕບໍລິສັດ E&E Engineering and Service Company Limited

14/01/2019

ຂ່າວ · 14/01/2019

ພິທີເປີດໂຕບໍລິສັດ E&E Engineering and Service Company Limited

ໃນວັນທີ 11 ມັງກອນ 2019, ໄດ້ມີພິທີເປີດໂຕບໍລິສັດ E&E Engineering and Service Company Limited ຢ່າງເປັນທາງການທີ່ ໂຮງແຮມ Lao Plaza. ໂດຍການເປັນຮຸ້ນສ່ວນຂອງສອງບໍລິສັດລະຫວ່າງ ບໍລິສັດ EDL-Gen Operation and Maintenance Service Sole Company Limited (EDL-Gen O&M) ແລະ ບໍລິສັດ EGCO Engineering and Service Company Limited (ESCO),  ເຊິ່ງບໍລິສັດ E&E Engineering and Service Company Limited   ໄດ້ຮັບການສ້າງຕັ້ງ ແລະ ຈົດທະບຽນຢ່າງຖືກຕ້ອງ ໃນ ສ ປ ປ ລາວ ໃນວັນທີ 15 ພະຈິກ 2018. ຈຸດປະສົງຫຼັກຂອງການສ້າງຕັ້ງບໍລິສັດດັ່ງກ່າວແມ່ນ ການໃຫ້ບໍລິການທາງດ້ານ ການຄຸ້ມຄອງການຜະລິດ ແລະ ບໍາລຸງຮັກສາ ໃຫ້ເຂື່ອນໄຟຟ້ານໍ້າເທີນ 1 ທີ່ມີກໍາລັງຕິດຕັ້ງ  650 MW ແລະ ຈະສໍາເລັດໃນປີ 2022. ນອກຈາກນີ້, ກໍຍັງມີການບໍລິການວຽກອື່ນໆອີກທີ່ຫຼາກຫຼາຍ ໃຫ້ແກ່ ເຂື່ອນໄຟຟ້າພະລັງງານນໍ້າ,​ ບັນດາໂຮງໄຟຟ້າ ແລະ ໂຮງງານອຸດສະຫະກໍາ ໃນປະເທດລາວ ເຊັ່ນ:

  • ການສ້ອມແປງຂະໜາດນ້ອຍ ແລະ ໃຫຍ່
  • ວຽກທາງດ້ານວິສະວະກໍາ ແລະ ກໍ່ສ້າງ
  • ສັນຍາການໃຫ້ບໍລິການສ້ອມແປງ ແບບໄລຍະຍາວ ແລະ ການຝຶກອົບຮົມທາງດ້ານເຕັກນິກ

ໃນພິທີດັ່ງກ່າວໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ປອ ດາວວົງ ພອນແກ້ວ, ຫົວໜ້າຫ້ອງການ, ກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ເຮືອເອກ ຊັດສະວານ ສາຄອນສິນ, ອຸປະທູດຮັກສາການ ສະຖານເອກອັກຄະຣາຊະທູດໄທ, ປະຈໍາ ສ ປ ປ ລາວ , ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ, ທ່ານ ພູມມີ ເນຕິບັນດິດ, ຜູ້ອຳນວຍການໃຫຍ່ ບໍລິສັດ EDL-Gen O&M, ພ້ອມດ້ວຍບັນດາຄະນະກົມ, ຄະນະສະພາບໍລິຫານ, ຄະນະຜູ້ອຳນວຍການ, ຄະນະຜູ້ບໍລິຫານໃນພາກສ່ວນກ່ຽວຂ້ອງ ແລະ ແຂກທີ່ມີກຽດທຸກໆທ່ານກໍໄດ້ເຂົ້າຮ່ວມເພື່ອເປັນສັກຂີພະຍານໃນງານທີ່ສຳຄັນຄັ້ງນີ້.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)