ການພັດທະນາໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍ ຈັກເບີ 6 – 7 – 8
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຂໍຖືເປັນກຽດເປີດເຜີຍ ຂໍ້ມູນກ່ຽວກັບໂຄງການ ການພັດທະນາ ເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ ຈັກເບີ 6-7-8 ຊຶ່ງໂຄງການນີ້ເປັນໂຄງການໜຶ່ງທີ່ມີຄວາມໝາຍຄວາມສຳຄັນຕໍ່ການພັດທະນາທາງດ້ານການຜະລິດພະລັງງານໄຟຟ້າ, ດັ່ງນັ້ນ ຈຶ່ງມີຄວາມຕ້ອງການໃນການນຳສະເໜີໃຫ້ທຸກພາກສ່ວນໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ກັບໂຄງການດັ່ງກ່າວ. ຊຶ່ງມີເນື້ອຫາກ່ຽວກັບຄວາມເປັນມາຂອງໂຄງການ ຄວາມໝາຍຄວາມສຳຄັນ ແລະ ຄວາມຄືບໜ້າຂອງໂຄງການ ລວມທັງ ຜົນປະໂຫຍດທີ່ຈະໄດ້ຮັບເມື່ອໂຄງການສິ້ນສຸດ.

