ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ບາດກ້າວສູ່ພະລັງງານສີຂຽວທີ່ຍືນຍົງ! ຜ-ຟຟລ ເຊັນ MOU ຮ່ວມ CS Tech ພັດທະນາໂຄງການ Floating Solar ແລະ Carbon Credit

13/11/2025

ຂ່າວ · 13/11/2025

ໃນວັນທີ 10 ພະຈິກ 2025 ທີ່ ນະຄອນຫຼວງວຽງຈັນ, ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມກັນພັດທະນາໂຄງການພະລັງງານທີ່ສຳຄັນລະຫວ່າງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ແລະ ບໍລິສັດ CS Tech Co., Ltd.

ການລົງນາມໃນຄັ້ງນີ້ແມ່ນເພື່ອຮ່ວມມືກັນໃນສອງວຽກງານຫຼັກຄື:

  1. ພັດທະນາພະລັງງານແສງຕາເວັນລອຍນໍ້າ (Floating Solar) ໃນເຂດເຂື່ອນໄຟຟ້ານ້ຳຕົກ.
  2. ພັດທະນາສິນເຊື່ອຄາບອນ (Carbon Credit)

ຜູ້ເຂົ້າຮ່ວມພິທີ ໃນການເຊັນສັນຍາຄັ້ງນີ້:

  • ຝ່າຍ ຜ-ຟຟລ: ນຳໂດຍ ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ
  • ຝ່າຍ ບໍລິສັດ CS Tech: ນຳໂດຍ ທ່ານ Seo Dong-myeong - Managing Director

ການຮ່ວມມືນີ້ເປັນບາດກ້າວສຳຄັນໃນການເພີ່ມປະສິດທິພາບການຜະລິດໄຟຟ້າແບບປະສົມປະສານ (Hydro-Solar Hybrid) ແລະ ເສີມສ້າງບົດບາດຂອງ ຜ-ຟຟລ ໃນການຄ້າຂາຍຄາບອນ (Carbon Trading), ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ ແລະ ຍືນຍົງຂອງປະເທດຊາດ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)