ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ເຊັນສັນຍາ ສຳປະທານ ໂຄງການເຂື່ອນໄຟຟ້າ ນ້ຳພູນ ແລະ ເຂື່ອນ ໄຟຟ້າ ນ້ຳບີ 1,2 ແລະ 3

13/12/2018

ຂ່າວ · 13/12/2018

ເຊັນສັນຍາ ສຳປະທານ ໂຄງການເຂື່ອນໄຟຟ້າ ນ້ຳພູນ ແລະ ເຂື່ອນ ໄຟຟ້າ ນ້ຳບີ 1,2 ແລະ 3

ໃນວັນທີ 11 ທັນວາ 2018, ໄດ້ມີພິທີລົງນາມເຊັນສັນຍາ ສຳປະທານ ໂຄງການເຂື່ອນໄຟຟ້າ ນ້ຳພູນ ແລະ ເຂື່ອນ ໄຟຟ້າ ນ້ຳບີ 1,2 ແລະ 3 ລະຫ່ວາງ ບໍລິສັດ ນ້ຳພູນ ພາວເວີ ຈຳກັດ, ບໍລິສັດ ນ້ຳບີ ພາວເວີ ຈຳກັດ ແລະ ບັນດາ ຄະນະການນຳຂັ້ນກະຊວງ ແລະ ຂັ້ນແຂວງ ທີ່ ກະຊວງແຜນການ  ແລະ ການລົງທຶນ ນະຄອນຫຼວງວຽງຈັນ. ການລົງນາມໃນຄັ້ງນີ້ ມີບັນດາຕາໜ້າການນໍາຈາກກະຊວງ ແລະ ແຂວງທີ່ກ່ຽວຂ້ອງພ້ອມດ້ວຍຄະນະສະພາບໍລິຫານຂອງທັງສອງບໍລິສັດ.

ໂຄງການເຂື່ອນໄຟຟ້ານ້ຳບີ ຕັ້ງຢູ່ ເມືອງ ດາກຈຶງ ແຂວງ ເຊກອງ, ຈະເລີ່ມການກໍ່ສ້າງໃນຕົ້ນປີ 2019 ແລະ ຄາດໝາຍຈະໃຫ້ສຳເລັດການກໍ່ສ້າງໃນທ້າຍປີ 2023 ໃດຍໂຄງການດັ່ງກ່າວມີກຳລັງຕິດຕັ້ງທັງ 3 ເຂື່ອນ 135 ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ 554 ກິກາວັດໂມງຕໍ່ປີ. ສຳລັບໂຄງການເຂື່ອນໄຟຟ້າ ນ້ຳພູນ ຕັ້ງຢູ່ເມືອງ ປາກລາຍ ແຂວງໄຊຍະບູລີ, ຈະເລີ່ມການກໍ່ສ້າງໃນຕົ້ນປີ 2019 ແລະ ຄາດໝາຍຈະໃຫ້ສຳເລັດການກໍ່ສ້າງໃນທ້າຍປີ 2021 ໂດຍໂຄງການດັ່ງກ່າວມີກຳລັງຕິດຕັ້ງ 45  ເມກາວັດ ສາມາດຜະລິດພະລັງງານໄຟຟ້າໄດ້ 190 ລ້ານກິໂລວັດໂມງຕໍ່ປີ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)