ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ພະນັກງານ ຂອງ ຜ-ຟຟລ ຮ່ວມຊ່ວຍເຫຼືອຄອບຄົວທີ່ຖືກເຄາະຮ້າຍ ຈາກເຫດໄຟໃໝ້ ທີ່ ບ້ານ ສັນແຟນ

14/06/2018

CSR · 14/06/2018

ພະນັກງານ ຂອງ ຜ-ຟຟລ ຮ່ວມຊ່ວຍເຫຼືອຄອບຄົວທີ່ຖືກເຄາະຮ້າຍ ຈາກເຫດໄຟໃໝ້ ທີ່ ບ້ານ ສັນແຟນ

ໃນວັນທີ 10 ມິຖຸນາ 2018, ພະນັກງານ 3 ອົງການຈັດຕັ້ງມະຫາຊົນ ຂອງ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ ຫຼື ຜ-ຟຟລ ໄດ້ຮ່ວມໃຈກັນສົມທົບທຶນ ຈຳນວນ 20 ກວ່າລ້ານກີບ ພ້ອມດ້ວຍສິ່ງຂອງຈຳນວນໜຶ່ງ ລວມມີ ເຄື່ອງນຸ່ງຫົ່ມ ແລະ ເຄື່ອງອຸປະໂພກບໍລິໂພກ ໃຫ້ແກ່ຄອບຄົວທີ່ເຄາະຮ້າຍ ຈາກເຫດໄຟໃໝ້ ທີ່ ບ້ານສັນແຟນ, ເມືອງຄໍາ, ແຂວງຊຽງຂວາງ.

ຕາງໜ້າໃນພິທີ ມອບ-ຮັບ ໂດຍແມ່ນ ທ່ານ ຄຳກອນ ພິມມະທອງ, ຕາງໜ້າ  3 ອົງການຈັດຕັ້ງມະຫາຊົນ ພ້ອມດ້ວຍຄະນະຂອງ ຜ-ຟຟລ ແລະ ອໍານາດການປົກຄອງ ບ້ານ ສັນແຟນ ພ້ອມດ້ວຍລູກບ້ານຈຳນວນໜຶ່ງໄດ້ເຂົ້າຮ່ວມ ໂດຍການເປັນສັກຂີພະຍານໃນພິທີ ໂດຍແມ່ນ ທ່ານ ຄຳແພງ ທຳມະວອນ, ຄະນະປະຈໍາເລຂາທິການສະພາປະຊາຊົນ ແຂວງຊຽງຂວາງ. ວັດຖຸປັດໃຈ ແລະ ເຄື່ອງຊ່ວຍເຫຼືອ ທີ່ລະດົມໄດ້ ຈາກ ພະນັກງານສຳນັກງານໃຫຍ່ ແລະ ພະນັກງານບັນດາເຂື່ອນທີ່ຂຶ້ນກັບ ຜ-ຟຟລ ໃນຄັ້ງນີ້ ແມ່ນ ເພື່ອເປັນການສະແດງເຖິງ ຄວາມເຫັນອົກເຫັນໃຈ ແລະ ເປັນການປະກອບສ່ວນໃນການຊ່ວຍ ບັນເທົາທຸກແກ່ຜູ້ທີ່ປະສົບເຄາະຮ້າຍຈາກເຫດການດັ່ງກ່າວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)