ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ບໍລິສັດ SKY Lao ຂາເຂົ້າ-ຂາອອກ ແລະ ການຄ້າ ຈຳກັດຜູ້ ພ້ອມດ້ວຍຕາງໜ້າເຄື່ອງກິລາ 26 (Twentysix Brand) ໄດ້ມອບ ເຄື່ອງນຸ່ງຫົ່ມ ແລະ ຊຸດກິລາ ໃຫ້ແກ່ ບໍລິສັດ ຜະລິດ-ໄຟຟ້າ ລາວ ມະຫາຊົນ

02/09/2019

ຂ່າວ · 02/09/2019

ບໍລິສັດ SKY Lao ຂາເຂົ້າ-ຂາອອກແລະການຄ້າຈຳກັດຜູ້ພ້ອມດ້ວຍຕາງໜ້າເຄື່ອງກິລາ 26 (Twentysix Brand) ໄດ້ມອບເຄື່ອງນຸ່ງຫົ່ມແລະຊຸດກິລາ ໃຫ້ແກ່ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ

ທ່ານສົມພັນປັນແກ້ວອຳນວຍການບໍລິສັດ SKY Lao ຂາເຂົ້າ-ຂາອອກແລະການຄ້າຈຳກັດຜູ້ດຽວ ເຊິ່ງເປັນບໍລິສັດ ທີ່ນຳເຂົ້າເຫຼັກເສັ້ນແລະ ເຫຼັກຮູບປະພັນສະນິດຕ່າງໆສຳລັບການກໍ່ສ້າງທຸກປະເພດທີ່ໄດ້ມາດຕະຖານສາກົນພ້ອມດ້ວຍຕາງໜ້າເຄື່ອງກິລາ 26 (Twentysix Brand) ທີ່ເປັນຍີ່ຫໍ້ຂອງຄົນລາວ ໄດ້ມອບເຄື່ອງນຸ່ງຫົ່ມແລະຊຸດກິລາລວມທັງໝົດ 300 ຊຸດລວມເປັນມູນຄ່າທັງໝົດ 37.000.000 ກີບໃຫ້ແກ່ ບໍລິສັດຜະລິດ-ໄຟຟ້າລາວມະຫາຊົນ (ຜ-ຟຟລ)

ເຊິ່ງຮັບໂດຍ ທ່ານ ນາງ ລັດຕະນາປະທຸມວັນຜູ້ອຳນວຍການໃຫຍ່ ຜ-ຟຟລ ເພື່ອປະກອບສ່ວນເຂົ້າໃນໂຄງການຮັກນີ້ແດ່ພີ່ນ້ອງ ເຊິ່ງເປັນໂຄງການທີ່ໄດ້ຈັດຂຶ້ນເພື່ອເປັນການຊ່ວຍເຫຼືອສັງຄົມໃນວຽກງານດ້ານຕ່າງໆເຊັ່ນ: ວຽກງານດ້ານການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ສຳລັບເຄື່ອງທີ່ໄດ້ມອບໃນຄັ້ງນີ້, ທາງໂຄງການມີເປົ້າໝາຍທີ່ຈະໄປມອບໃຫ້ແກ່ນ້ອງໆນັກຮຽນທີ່ໂຮງຮຽນບ້ານ ສາມັກຄີໄຊ, ເມືອງຊຽງເງິນ ແຂວງຫຼວງພະບາງໃນວັນທີ 7 ເດືອນກັນຍາ ປີ 2019 ນີ້.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)