ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ພິທີເຊັນສັນຍາ ພັດທະນາໂຄງການ PDA ເຂື່ອນໄຟຟ້ານໍ້າບີ 1,2,3 ຢູ່ແຂວງເຊກອງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ນໍ້າບີ ພາວເວີ ຈຳກັດ

09/11/2016

ຂ່າວ · 09/11/2016

ພິທີ​ເຊັນ​ສັນຍາ ພັດທະນາໂຄງການ PDA ເຂື່ອນໄຟຟ້ານໍ້າບີ 1,2,3 ຢູ່​ແຂວງ​ເຊ​ກອງ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບ ບໍລິສັດ ນໍ້າບີ ພາວ​ເວີ ຈຳກັດ

ໃນວັນທີ 28 ຕຸລາ 2016, ຄະນະການນຳຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ການນຳຈາກແຂວງເຊກອງ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດຜະລິດໄຟຟ້າລາວມະຫາຊົນ, ບໍລິສັດ ນໍ້າບີ ພາວເວີ ຈຳກັດ ພ້ອມດ້ວຍແຂກທີ່ຖຶກເຊີນຈາກພາກສ່ວນຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໄດ້ເຂົ້າຮ່ວມໃນພິທີເຊັນ​ສັນຍາ ພັດທະນາໂຄງການ (PDA) ເຂື່ອນໄຟຟ້ານໍ້າບີ 1,2,3 ຢູ່​ແຂວງ​ເຊ​ກອງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ກັບ ບໍລິສັດ ນໍ້າບີ ພາວ​ເວີ ຈຳກັດ.

ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳບີ 1-2-3 ຈະໄດ້ມີການກໍ່ສ້າງຢູ່ 3 Cascade ​ຊຶ່ງມີ​ກຳລັງ​ຕິດ​ຕັ້ງ 135 MW. ຕັ້ງຢູ່ບ້ານບຣອງໃຫຍ່, ເມືອງດາກຈຶງ, ແຂວງເຊກອງ, ຄາດວ່າຈະໄດ້ເລີ່ມການກໍ່ສ້າງໃນຕົ້ນປີ 2017 ແລະ ຄາດໝາຍໂຄງການຈະສຳເລັດ ໃນປີ 2022, ມູນຄ່າຂອງສັນຍາການກໍ່ສ້າງ (EPC) Contact : 275.948.995 USD ຊຶ່ງບໍລິສັດ Power China Chengdu Engineering Corporation Limited ເປັນຜູ້ຮັບເໝົາ.

ພາຍຫຼັງ ການກໍ່ສ້າງສຳເລັດ ເຂື່ອນດັ່ງກ່າວຈະມີອ່າງເກັບນໍ້າໃຊ້ ປະຊາຊົນສາມາດນໍາໃຊ້ໄດ້ຢ່າງພຽງພໍ ໃນຊີວິດປະຈຳວັນ, ມີບ່ອນຫາກິນຫຼາຍຂຶ້ນ, ໂດຍບໍ່ອາໄສການຕັດໄມ້ທຳລາຍປ່າ ຫຼື ສັດປ່າອີກຕໍ່ໄປ, ເພາະມີ ແຫຼ່ງນໍ້າທີ່ອຸດົມສົມບູນຈາກອ່າງເກັບນໍ້າຂອງເຂື່ອນ. ນອກນັ້ນ ຍັງໄດ້ນໍາໃຊ້ນໍ້າເຂົ້າໃນການປູກຝັງ ແລະ ລ້ຽງສັດ ຊຶ່ງຈະສົ່ງຜົນປະໂຫຍດໃຫ້ແກ່ປະຊາຊົນໃນເຂດອ້ອມຂ້າງ ແລະ ໃກ້ຄຽງ. ໃນນີ້ ຍັງເຮັດໃຫ້ມີການຈ້າງແຮງງານຂອງປະຊາຊົນໃນຂອບເຂດເມືອງດາກຈຶງ ເຮັດໃຫ້ມີວຽກເຮັດງານທຳ ແລະ ມີລາຍໄດ້ເພີ່ມຂຶ້ນ, ພ້ອມທັງມີການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ. ການກໍ່ສ້າງໂຄງການດັ່ງກ່າວນີ້ ຍັງໄດ້ນຳເອົາການພັດທະນາເຂົ້າມາສູ່ເມືອງ ດາກຈຶງ, ສ້າງໂອກາດໃນການຕິດຕໍ່ສື່ສານ ແລະ ຄົມມະນາຄົມຂົນສົ່ງ ເຊັ່ນ: ການກໍ່ສ້າງໂຄງລ່າງພື້ນຖານ, ການພັດທະນາຊັບພະຍາກອນບຸກຄົນ, ການຄ້າ, ການຄູ້ມຄອງຊັບພະຍາກອນທຳມະຊາດ ແລະ ອື່ນໆ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)