ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຄະນະນັກລົງທຶນຈາກປະເທດໄທ ຢ້ຽມຢາມ ສຳນັກງານໃຫຍ່ ຜ-ຟຟລ ແລະ ເຂື່ອນໄຟຟ້ານໍ້າງື່ມ 2

25/05/2018

ຂ່າວ · 25/05/2018

ຄະນະນັກລົງທຶນຈາກປະເທດໄທ ຢ້ຽມຢາມ ສຳນັກງານໃຫຍ່ ຜ-ຟຟລ ແລະ ເຂື່ອນໄຟຟ້ານໍ້າງື່ມ 2

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຕ້ອນຮັບຄະນະນັກລົງທຶນ ຈາກປະເທດໄທ ໃນວັນທີ 23-24 ພຶດສະພາ 2018. ໃຫ້ກຽດຕ້ອນຮັບໂດຍ ທ່ານ ນາງ ລັດຕະນາ ປະທຸມວັນ ຜູ້ອໍານວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະ ຊຶ່ງຈຸດປະສົງຂອງການຢ້ຽມຢາມແມ່ນເພື່ອເປັນການສຶກສາ ແລະ ທໍາຄວາມເຂົ້າໃຈເຖິງການດໍາເນີນທຸລະກິດຂອງບໍລິສັດຕະຫຼອດໄລຍະ 7 ປີທີ່ຜ່ານມາ.

ພ້ອມດຽວກັນນີ້ ທ່ານ ດຣ. ບຸນສະຫຼອງ ສຸດທິດາຣາ ຮອງຜູ້ອຳນວຍການໃຫຍ່ສາຍງານການເງິນ ພ້ອມດ້ວຍຄະນະ ໄດ້ນຳພາຄະນະນັກລົງທຶນ ໄປຢ້ຽມຊົມທັດສະນີຍະພາບຂອງອ່າງນໍ້າງື່ມ ແລະ ພົບປະກັບຄະນະເຂື່ອນໄຟຟ້ານໍ້າງື່ມ2 ທີ່ ຜ-ຟຟລ ຖືຮຸ້ນຢູ່ເພື່ອສຶກສາການດໍາເນີນທຸລະກິດຂອງເຂື່ອນດັ່ງກ່າວອີກດ້ວຍ. ໃນການຢ້ຽມຢາມ ແລະ ພົບປະຄັ້ງນີ້ ແມ່ນເຕັມໄປດ້ວຍບັນຍາກາດທີ່ຄຶກຄື້ນ ແລະ ການໃຫ້ຄວາມສົນໃຈຂອງແຂກ ຕໍ່ກັບ ການດໍາເນີນທຸລະກິດ ຂອງບໍລິສັດ ທັງນີ້ກໍ່ເພື່ອເປັນການເສີມສ້າງສາຍພົວພັນໃນດ້ານການຮ່ວມທຸລະກິດນຳກັນໃນອະນາຄົດ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)