ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຕາງໜ້າ EDL-Gen ຮັບໃຊ້ ກອງປະຊຸມເຈົ້າໜ້າທີ່ ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42

03/10/2024

ຂ່າວ · 03/10/2024

ຕາງໜ້າ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ຮັບໃຊ້ ກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 ແລະ ງານວາງສະແດງທຸລະກິດພະລັງງານອາຊຽນ ຄັ້ງທີ 24 ໃນລະຫ່ວາງ ວັນທີ 24-27 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນ

ວຽກງານທີ່ ຕາງໜ້າ EDL-Gen ໄດ້ຮັບການມອບໝາຍໃນການປະຕິບັດໃນຄັ້ງນີ້ ປະກອບດ້ວຍ: ການເປັນພິທີກອນ ຮັບໃຊ້ກອງປະຊຸມ, ຮັບໃຊ້ ອຳນວຍຄວາມສະດວກແກ່ຄະນະຜູ້ແທນແຕ່ລະປະເທດ, ບັນທຶກພາບ ແລະ ວີດີໂອໃນກອງປະຊຸມ, ຕັດຕໍ່ ວີດີໂອສຳລັບການເຄື່ອນໄຫວກອງປະຊຸມໃນແຕ່ລະວັນ, ຊ່ວຍເຫຼືອ ສົມທົບກັບກອງເລຂາໃນກອງປະຊຸມ ເພື່ອກະກຽມງານ ແລະ ຊ່ວຍເຫຼືອ ດ້ານວຽກງານຂໍ້ມູນຂ່າວສານ ສຳລັບກອງປະຊຸມໃນຄັ້ງນີ້


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)