ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ໂຄງການ “ຮັກນີ້ແດ່ພີ່ນ້ອງ ປີ 2” ໂຄງການເພື່ອການສຶກສາທີ່ດິຂຶ້ນ

23/10/2018

CSR · 23/10/2018

ໂຄງການ “ຮັກນີ້ແດ່ພີ່ນ້ອງ ປີ 2”ໂຄງການເພື່ອການສຶກສາທີ່ດິຂຶ້ນ

ຜ-ຟຟລ ໄດ້ຈັດໂຄງການຊ່ວຍເຫຼືອສັງຄົມທີ່ມີຊື່ວ່າ “ຮັກນີ້ແດ່ພີ່ນ້ອງ ປີ 2” ລະຫວ່າງວັນທີ 16-18 ເດືອນຕຸລາ ປີ 2018, ທີ່ໂຮງຮຽນບ້ານຫ້ວຍດໍາໃໝ່, ເມືອງທ່າແຕງ, ແຂວງເຊກອງ. ເຊິ່ງກິດຈະກໍານີ້ ມີຈຸດປະສົງປະກອບສ່ວນບູລະນະໂຮງຮຽນເຊັ່ນ ການເຮັດຫໍສະໝຸດ, ການຈັດຕັ້ງລະບົບການລ້າງມື, ການເຮັດໜານຜັກ ແລະ ການປູກຕົ້ນໄມ້ອ້ອມໂຮງຮຽນ.

ຍັງໄດ້ມີການຈັດກິດຈະກໍາເພື່ອໃຫ້ຄວາມຮູ້ເລື່ອງສຸຂະອານະໄມໃຫ້ແກ່ນ້ອງໆເຊັ່ນ ການຖິ້ມຂີ້ເຫຍື່ອໃຫ້ຖືກບ່ອນ, ການລ້າງມື ແລະ ການຖູແຂ້ວໃຫ້ຖືກວິທີ ແລະ ໄດ້ເລົ່ານິທານສູ່ນ້ອງໆຟັງອີກດ້ວຍ. ແລະ ໄດ້ມອບອຸປະກອນການສຶກສາ ແລະ ການກິລາ, ເຊິ່ງທັງໝົດນີ້ ແມ່ນການປະກອບສ່ວນສົມທົບທຶນກັນຂອງ ຜ-ຟຟລ ແລະ ພະນັກງານ ຜ-ຟຟລ ແລະ ພາກສ່ວນຕ່າງໆໃນສັງຄົມທີ່ໃຫ້ການສະໜັບສະໜຸນກິດຈະກໍາຄັ້ງນີ້, ລວມເປັນມູນຄ່າ 40 ລ້ານ ກີບ ໂດຍການເປັນປະທານຂອງ ທ່ານ ຄໍາມະນີ ອິນທະລັງສີ, ຜູ້ອໍານວຍການເຂື່ອນໄຟຟ້າຫ້ວຍລໍາພັນໃຫຍ່.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)