ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ນາຍົກລັດຖະມົນຕີ ລົງຕິດຕາມ ແລະ ກວດກາສະພາບ ການປ່ອຍນ້ຳໃນອ່າງນໍ້າງື່ມ

07/09/2018

ຂ່າວ · 07/09/2018

ນາຍົກລັດຖະມົນຕີ ລົງຕິດຕາມ ແລະ ກວດກາສະພາບ ການປ່ອຍນ້ຳໃນອ່າງນໍ້າງື່ມ

ໃນຕອນເຊົ້າວັນທີ 6 ກັນຍາ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະການນຳຈາກ ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງ ກະສິກຳ ແລະ ປ່າໄມ້, ເຈົ້າແຂວງ, ບັນດາຮອງລັດຖະມົນຕີ ໄດ້ລົງເຄື່ອນໄຫວຕິດຕາມ ສະພາບການປ່ອຍນ້ຳໃນນ້ຳງື່ມ ແຂວງວຽງຈັນ, ໂດຍມີ ການນຳຈາກລັດວິສາຫະກິດ ໄຟຟ້າລາວ ແລະ ບໍລິສັດ ຜະລິດ-ໄຟຟ້າ ລາວມະຫາຊົນ ໃຫ້ການຕ້ອນຮັບຄະນະໃນຄັ້ງນີ້.

ໂອກາດນີ້, ທ່ານ ບົວວັນ ຈັນສະຫວັດ, ຜູ້ອຳນວຍການເຂື່ອນໄຟຟ້ານໍ້າງື່ມ-1 ໄດ້ລາຍງານສະພາບການບໍລິຫານນ້ຳ ຂອງເຂື່ອນໄຟຟ້າ ນ້ຳງື່ມ -1 ໃນໄລຍະທີ່ຜ່ານມາ ໃຫ້ແກ່ການນຳ ແລະ ໄດ້ຕອບຂໍ້ສົງໃສຊັກຖາມ ຈາກບັນດາແຂກເຂົ້າຮ່ວມກອງປະຊຸມດັ່ງກ່າວ. ຫຼັງຈາກນັ້ນ ຄະນະການນຳ ໄດ້ໄປຕິດຕາມ ສະພາບການໄຂປະຕູນ້ຳລົ້ນທີ່ບໍລິເວນສັນເຂື່ອນຂອງເຂື່ອນ ໄຟຟ້າ ນ້ຳງື່ມ -1 ເພື່ອຮັບຮູ້ສະພາບຕົວຈິງ ຂອງລະດັບນ້ຳ ຢູ່ໜ້າອ່າງພາຍຫຼັງ ທີ່ໄດ້ມີການໄຂປະຕູນ້ຳລົ້ນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)