ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ແຈ້ງມະຕິທີ່ສຳຄັນຂອງກອງປະຊຸມສະພາບໍລິຫານ ສະໄໝສາມັນຄັ້ງທີ 3/2017

23/08/2017

ຂ່າວ · 23/08/2017

ແຈ້ງມະຕິທີ່ສຳຄັນຂອງກອງປະຊຸມສະພາບໍລິຫານ ສະໄໝສາມັນຄັ້ງທີ 3/2017

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-​ຟຟລ) ຂໍຖືເປັນກຽດແຈ້ງມະຕິສຳຄັນ ຂອງກອງປະຊຸມສະ ພາບໍລິຫານ ສະໄໝສາມັນ ຄັ້ງທີ 3/2017 ວັນທີ 22    ສິງຫາ 2017, ມີລາຍລະອຽດດັ່ງລຸ່ມນີ້:

  1. ຮັບຮອງບົດລາຍງານການດຳເນີນທຸລະກິດ ຂອງບໍລິສັດ 6 ເດືອນຕົ້ນປີ 2017 (01/01/2017-30/06/  2017) ເຊິ່ງຜູ້ກວດສອບບັນຊີພາຍນອກໄດ້ທົບທວນແລ້ວ ແລະ ໃຫ້ນຳເລື້ອງນີ້ ລາຍງານຕໍ່ກອງປະຊຸມສາມັນຜູ້ຖືຮຸ້ນປະຈຳປີ 2017 ເພື່ອພິຈາລະນາຮັບຮອງ.
  2. ອະນຸມັດການຈ່າຍເງິນປັນຜົນ ຈາກຜົນການດຳເນີນທຸລະກິດ ຂອງບໍລິສັດ 6 ເດືອນຕົ້ນປີ 2017 (01/01 /2017-30/06/2017) ພາຍຫຼັງການຫັກເປັນຄັງສຳຮອງຕາມລະບຽບການ, ໃຫ້ແກ່ຜູ້ຖືຮຸ້ນທີ່ມີລາຍຊື່ຢູ່ໃນປື້ມບັນຊີຜູ້ຖືຮຸ້ນ ໃນວັນທີປິດປື້ມບັນຊີຜູ້ຖືຮຸ້ນ ເພື່ອກຳນົດສິດ ຂອງຜູ້ຖືຮຸ້ນໃນການໄດ້ຮັບເງິນປັນຜົນ ໃນວັນທີ 29 ກັນຍາ 2017 ໃນອັດຕາ 110 ກີບ/ຮຸ້ນ, ລວມເປັນເງິນປັນຜົນທີ່ຈະຈ່າຍທັງໝົດປະມານ 184,72 ຕື້ກີບ ແລະ ກໍານົດວັນຈ່າຍເງິນ ປັນຜົນໃຫ້ຜູ້ຖືຮຸ້ນ ໃນວັນທີ 09 ຕຸລາ 2017 ແລະ ໃຫ້ນຳເລື່ອງນີ້ສະເໜີຕໍ່ກອງປະຊຸມສາມັນ ຜູ້ຖືຮຸ້ນປະຈຳປີ 2017 ເພື່ອພິຈາລະນາຮັບຮອງຕາມລະບຽບການ.

                                                               ດັ່ງນັ້ນ ຈຶ່ງຮຽນມາຍັງທ່ານ ເພື່ອຊາບ ແລະ ໃຊ້ຕາງລາຍງານ.

                                                                                                    ດ້ວຍ​ຄວາມນັບຖືເປັນຢ່າງສູງ​​,

                                                                                       ສະມາຊິກສະພາບໍລິຫານ/ຜູ້ອຳນວຍກາໃຫຍ່

                                                                                                                    ລັດຕະນາ ປະທຸມວັນ


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)