ຜົນການຈັດອັນດັບຄວາມໜ້າເຊື່ອຖື ຂອງ ບໍລິສັດ ຜະລິດ - ໄຟຟ້າລາວ ມະຫາຊົນ ໂດຍ TRIS Rating ໃນວັນທີ 12 ມິຖຸນາ 2017
ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຂໍຖືເປັນກຽດແຈ້ງໃຫ້ທ່ານຊາບວ່າ: ໃນວັນທີ 12 ມິຖຸນາ 2017 ຜ-ຟຟລ ຍັງສາມາດຮັກສາລະດັບຄວາມໜ້າເຊື່ອຖືຂອງບໍລິສັດ ແລະ ລະດັບຄວາມໜ້າເຊື່ອຖືຂອງຮຸ້ນກູ້ປະເພດບໍ່ດ້ອຍສິດແລະບໍ່ມີຫຼັກປະກັນ ຂອງບໍລິສັດ ໃນລະດັບ “BBB+” ແລະ ມີແນວໂນ້ມຂອງລະດັບຄວາມໜ້າເຊື່ອຖື “ລົບ”. ລາຍລະອຽດກ່ຽວກັບເຫດຜົນແລະຂໍ້ມູນທາງການເງິນທີ່ສໍາຄັນ ແມ່ນໄດ້ລະບຸໄວ້ໃນ ບົດລາຍງານຜົນການຈັດລະດັບຄວາມໜ້າເຊື່ອຖືຂອງບໍລິສັດ ໂດຍ TRIS Rating ທີ່ຄັດຕິດມາພ້ອມນີ້.
ດັ່ງນັ້ນ ຈຶ່ງໄດ້ຮຽນມາຍັງບັນດາທ່ານເພື່ອຊາບຢ່າງເປັນເອກະພາບກັນ.
