ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ແຈ້ງການຈັດກອງປະຊຸມປຶກສາຫາລືຂັ້ນທ້ອງຖິ່ນໃນ 7 ເຂື່ອນໄຟຟ້າ ທີ່ ຜ-ຟຟລ ຄຸ້ມຄອງ

07/01/2022

CSR · 07/01/2022

ແຈ້ງການຈັດກອງປະຊຸມປຶກສາຫາລືຂັ້ນທ້ອງຖິ່ນໃນ 7 ເຂື່ອນໄຟຟ້າ ທີ່ ຜ-ຟຟລ ຄຸ້ມຄອງ

ກອງປະຊຸມປຶກສາຫາລືຂັ້ນທ້ອງຖິ່ນສຳລັບ 7 ເຂື່ອນໄຟຟ້າທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ຄຸ້ມຄອງ ຈະຈັດຂຶ້ນໃນລະຫວ່າງວັນທີ 12-14 ມັງກອນ 2022, ທີ່ຫ້ອງການຂອງແຕ່ລະເຂື່ອນ. ໂດຍລວມມີ ໂຄງການເຂື່ອນໄຟຟ້າ ນໍ້າຄານ 2, ນໍ້າງື່ມ 1 ພາກຂະຫຍາຍ, ຫ້ວຍລຳພັນໃຫຍ່, ນໍ້າຄານ 3, ເຊເສັດ 3, ເຊເສັດ 2 ພາກຂະຫຍາຍ ແລະ ນໍ້າຈຽນ.

ຈຸດປະສົງຂອງໂຄງການເຫຼົ່ານີ້ແມ່ນເພື່ອຜະລິດພະລັງງານສະອາດ ໂດຍນຳໃຊ້ພະລັງງານນໍ້າ ແລະະ ສະໜອງພະລັງງານໄຟຟ້າເຂົ້າສູ່ລະບົບສາຍສົ່ງ. ນອກນັ້ນ, EDL-Gen  ຍັງດຳເນີນການຜະລິດໃນບັນດາໂຄງການເຫຼົ່ານີ້  ເພື່ອຫຼຸດຜ່ອນການເພິ່ງພາອາໄສພະລັງງານເຊື້ອໄຟ ເຊິ່ງເປັນການຫຼຸດຜ່ອນແຫຼ່ງມົນລະພິດທາງສິ່ງແວດລ້ອມ.

ໂຄງການເຫຼົ່ານີ້ແມ່ນຢູ່ໃນຂັ້ນຕອນການຮັບຮອງເພື່ອຈະປະຕິບັດຕາມຂໍ້ກຳນົດສາກົນຂອງ ‘Global Carbon Council' (GCC), ເພື່ອນຳໃຊ້ແນວຄິດປະດິດສ້າງ ເພື່ອກຳນົດປະລິມານ ແລະ ຢັ້ງຢືນຜົນກະທົບສູງສຸດຕໍ່ຂັ້ນຕອນຄວາມປອດໄພຂອງດິນຟ້າອາກາດພາຍໃຕ້ຂໍ້ກຳນົດຂອງ GCC. ສະນັ້ນ, ພາຍໃຕ້ຂັ້ນຕອນເຫຼົ່ານີ້, ກອງປະຊຸມປຶກສາຫາລືກໍ່ເປັນໜຶ່ງໃນສິ່ງທີ່ຈໍາເປັນຕ້ອງປະຕິບັດ. ເພື່ອປຶກສາໂອ້ລົມກ່ຽວກັບການພັດທະນາ ແລະ ຜົນປະໂຫຍດຂອງໂຄງການ ແລະ ເພື່ອຄວາມເຂົ້າໃຈກ່ຽວກັບຂໍ້ກັງວົນ ແລະ ຄວາມຄິດເຫັນຂອງບັນດາຜູ້ມີສ່ວນຮ່ວມ. ໂດຍພາຍໃນກອງປະຊຸມດັ່ງກ່າວນີ້ ຜູ້ຊ່ຽວຊານຈະໄດ້ອະທິບາຍວ່າກາກບອນເຄຣດິດແມ່ນຫຍັງ ແລະ ມີບົດບາດແນວໃດຕໍ່ໂຄງການ.

ປະຊາຊົນທ້ອງຖິ່ນ, ສະມາຊິກພາຍໃນຊຸມຊົນ, NGOs ແລະ ຜູ້ມີສ່ວນຮ່ວມຂອງໂຄງການທັງໝົດທີ່ມີຄວາມສົນໃຈສາມາດເຂົ້າຮ່ວມໄດ້.

ກອງປະຊຸມຈະໄດ້ຈັດຂຶ້ນຕາມວັນ ແລະ ເວລາດັ່ງນີ້:

12/01/2022:

9:00AM        ເຂື່ອນນໍ້າຄານ 2

14:00PM        ນໍ້າງື່ມ 1 ພາກຂະຫຍາຍ

ສາມາດເຂົ້າຮ່ວມກອງປະຊຸມໄດ້ດ້ວຍຕົວເອງ ຫຼື ທາງອອນລາຍໄດ້ຜ່ານ Team.Microsoft:

https://teams.microsoft.com/l/meetup-join/19%3ameeting_MmI1MzQ1MmItY2Q1ZS00ZGEyLThkMzEtMDhmNmIwYjM4ZWIz%40thread.v2/0?context=%7b%22Tid%22%3a%22f12dcabd-3286-4385-9da5-6b8ef9363881%22%2c%22Oid%22%3a%229ef65d57-0d95-49ff-a6e0-936bc63d8d41%22%7d

13/01/2022:

9:00AM           ເຂື່ອນຫ້ວຍລຳພັນໃຫຍ່

14:00PM       ເຂື່ອນນໍ້າຄານ 3

ສາມາດເຂົ້າຮ່ວມກອງປະຊຸມໄດ້ດ້ວຍຕົວເອງ ຫຼື ທາງອອນລາຍໄດ້ຜ່ານ Team.Microsoft:

https://teams.microsoft.com/l/meetup-join/19%3ameeting_NmU0YjNjZWUtZjg1Zi00ZmRhLTlmMTctMDdlNWJhNjFiNjE5%40thread.v2/0?context=%7b%22Tid%22%3a%22f12dcabd-3286-4385-9da5-6b8ef9363881%22%2c%22Oid%22%3a%229ef65d57-0d95-49ff-a6e0-936bc63d8d41%22%7d

14/01/2022:

8:00AM        ເຂື່ອນເຊເສັດ 3

10:00AM       ເຂື່ອນເຊເສັດ 2 ພາກຂະຫຍາຍ

14:00PM         ເຂື່ອນນໍ້າຈຽນ

ສາມາດເຂົ້າຮ່ວມກອງປະຊຸມໄດ້ດ້ວຍຕົວເອງ ຫຼື ທາງອອນລາຍໄດ້ຜ່ານ Team.Microsoft: 


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)