ໃນວັນທີ 16-17 ພະຈິກ 2026, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດຝຶກອົບຮົມພາຍໃນ ໃນຫົວຂໍ້ “ການຍົກລະດັບການດຳເນີນງານດ້ານຄວາມຍືນຍົງສູ່ການປະຕິບັດຢ່າງເປັນຮູບປະທຳ (ESG: From Policy to Excellence Execution)” ຂຶ້ນ ທີ່ຫ້ອງປະຊຸມໃຫຍ່ ຊັ້ນ 1, ລັດວິສາຫະກິດໄຟຟ້າລາວ, ໂດຍມີຄະນະຜູ້ອຳນວຍການຝ່າຍ, ຄະນະຜູ້ອຳນວຍການເຂື່ອນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດຈາກ ທ່ານ ຄຳໃບ ຫຼວງໄຊ ຮອງຜູ້ອຳນວຍການໃຫຍ່ ສາຍງານການເງິນ ຜ-ຟຟລ ເຂົ້າຮ່ວມທັງພິທີເປີດ ແລະ ພິທີປິດການຝຶກອົບຮົມ
ໃນພິທີເປີດການຝຶກອົບຮົມ, ຜູ້ອຳນວຍການ ຜ-ຟຟລ ໄດ້ກ່າວເນັ້ນວ່າ ໃນສະພາບການດຳເນີນທຸລະກິດໃນປັດຈຸບັນ, ຫຼັກການ ESG ໄດ້ກາຍເປັນແນວທາງສຳຄັນສຳລັບການພັດທະນາອົງກອນຢ່າງຍືນຍົງ.
ການຝຶກອົບຮົມຄັ້ງນີ້ ໄດ້ຮັບກຽດຈາກ ທ່ານ ອາຈານ ຊັດຊະວານ ອໍລະວົງສຸພະທັດ ທີ່ປຶກສາກົດໝາຍຄຸ້ມຄອງຂໍ້ມູນສ່ວນ ບຸກຄົນ ແລະ ທັງເປັນທະນາຍຄວາມ, ຜູ້ຊ່ຽວຊານດ້ານການບໍລິຫານຄຸ້ມຄອງລະບົບ ESG ແລະ ທ່ານ ອາຈານ ສະຫງວນສັກ ນາຄັນ ຜູ້ອຳນວຍການກອງຄວາມປອດໄພ ແລະ ອາຊີວະອະນາໄມ ການໄຟຟ້າສ່ວນພູມີພາກ ເປັນວິທະຍາກອນຜູ້ຊ່ຽວຊານ ມາຮ່ວມຖ່າຍທອດຄວາມຮູ້, ປະສົບການ ແລະ ແນວທາງການນຳ ESG ໄປປະຍຸກໃຊ້ໃນການດຳເນີນງານຕົວຈິງ
ໂດຍມີເນື້ອໃນການຮຽນຮູ້ທີ່ຄອບຄຸມຫຼາຍດ້ານ ດັ່ງນີ້:
1. ຫຼັກການຄວາມຍືນຍົງ ແລະ ການເຊື່ອມໂຍງ ESG ເຂົ້າໃນອົງກອນ
2. ການກຳກັບດູແລກິດຈະການ ແລະ ການບໍລິຫານຈັດການທີ່ດີ
3. ການບູລະນາການ ESG ເຂົ້າໃນການດຳເນີນງານ
4. ປະເດັນທ້າທາຍດ້ານ ESG ໃນປັດຈຸບັນ
5. ການນຳ ESG ໄປປະຕິບັດຕົວຈິງ ແລະ ການວາງແຜນຍຸດທະສາດ
ນອກຈາກການບັນຍາຍໃຫ້ຄວາມຮູ້ແລ້ວ, ການຝຶກອົບຮົມຍັງໄດ້ຈັດໃຫ້ມີການຖາມ-ຕອບ, ແລກປ່ຽນຄວາມຄິດເຫັນ ແລະ ກິດຈະກຳ Workshop ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດວິເຄາະບັນຫາ, ລະບຸຜູ້ມີສ່ວນໄດ້ສ່ວນເສຍ ແລະ ຮ່າງແຜນທີ່ຍຸດທະສາດດ້ານຄວາມຍືນຍົງຂອງອົງກອນໄດ້ຢ່າງເໝາະສົມ.
ໃນພິທີປິດການຝຶກອົບຮົມ, ຜູ້ອຳນວຍການ ຜ-ຟຟລ ໄດ້ກ່າວສະຫຼຸບວ່າ ຕະຫຼອດໄລຍະ 2 ວັນ ບັນດານັກສຳມະນາກອນໄດ້ຮັບຄວາມຮູ້ ແລະ ປະສົບການທີ່ສຳຄັນຫຼາຍດ້ານ ຕັ້ງແຕ່ຫຼັກການຄວາມຍືນຍົງ, ບົດບາດຂອງຄະນະກຳມະການ ແລະ ຄະນະບໍລິຫານໃນການຂັບເຄື່ອນ ESG ໄປສູ່ຍຸດທະສາດຂອງອົງກອນ ຈົນເຖິງການນຳ ESG ໄປປະຍຸກໃຊ້ໃນວຽກງານຕົວຈິງ ໂດຍອີງໃສ່ກໍລະນີສຶກສາຈາກ PEA ປະເທດໄທ.
ການຈັດຝຶກອົບຮົມໃນຄັ້ງນີ້ ຈຶ່ງບໍ່ພຽງແຕ່ເປັນການເພີ່ມພູນຄວາມຮູ້ໃຫ້ແກ່ພະນັກງານເທົ່ານັ້ນ ແຕ່ຍັງເປັນການວາງພື້ນຖານສຳຄັນໃນການປ່ຽນຜ່ານຈາກນະໂຍບາຍດ້ານຄວາມຍືນຍົງ ໄປສູ່ການປະຕິບັດທີ່ມີແຜນງານ, ເປົ້າໝາຍ ແລະ ຕົວຊີ້ວັດທີ່ຊັດເຈນ ເພື່ອຮ່ວມກັນຍົກລະດັບ ຜ-ຟຟລ ໃຫ້ກາຍເປັນອົງກອນທີ່ມີການບໍລິຫານຈັດການທີ່ດີ, ມີຄວາມໂປ່ງໃສ, ມີຄວາມຮັບຜິດຊອບ ແລະ ສາມາດສ້າງຄຸນຄ່າໃຫ້ແກ່ຜູ້ຖືຮຸ້ນ, ສັງຄົມ ແລະ ປະເທດຊາດໃນໄລຍະຍາວ.
ໃນໂອກາດດັ່ງກ່າວ, ທ່ານ ຄຳໃບ ຫຼວງໄຊ ຍັງໄດ້ມອບໃບຢັ້ງຢືນການຝຶກອົບຮົມໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ເພື່ອຮັບຮອງການສຳເລັດການຝຶກອົບຮົມໃນຄັ້ງນີ້
ຜ-ຟຟລ: ພັດທະນາພະລັງງານຢ່າງຍືນຍົງ ຄຽງຄູ່ຄວາມຮັບຜິດຊອບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.






