ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ແຈ້ງການ

27/02/2018

ຂ່າວ · 27/02/2018

ແຈ້ງການ

ຮຽນ:  ທ່ານຜູ້​ຖື​ຮຸ້ນ ບໍລິສັດ ຜະລິດ-​ໄຟຟ້າ​ລາວ ມະຫາຊົນ ທີ່​ນັບຖື,

​ເລື່ອງ: ​ແຈ້ງປິດ​ປຶ້ມ​ບັນຊີ​ຜູ້​ຖື​ຮຸ້ນ ​ເພື່ອ​ກຳນົດ​ສິດຂອງຜູ້ຖືຮຸ້ນ ​ໃນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາມັນ​ຜູ້​ຖື​ຮຸ້ນ ປະຈຳ​ປີ 2017.

  • ອີງ​ຕາມ​ການຕົກລົງເຫັນດີຂອງກອງປະຊຸມສະພາບໍລິຫານ ສະໄໝວິສາມັນ ຄັ້ງທີ 1/2018, ວັນທີ 14 ກຸມພາ 2018.

ບໍລິສັດ ​ຜະລິດ​-​ໄຟຟ້າ​ລາວ ມະຫາຊົນ (ຜ-ຟຟລ) ຂໍ​ຖື​​ເປັນ​ກຽດ ແຈ້ງມາຍັງທ່ານເພື່ອຊາບດັ່ງ​ນີ້:

  1. ກຳນົດ​ເອົາວັນທີ 07 ມີນາ 2018 ເປັນວັນປິດປຶ້ມບັນຊີຜູ້ຖືຮຸ້ນ ເພື່ອກຳນົດສິດຂອງຜູ້ຖືຮຸ້ນໃນ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາມັນ​ຜູ້​ຖື​ຮຸ້ນ ປະຈຳ​ປີ 2017.
  2. ກຳ​ນົດ​ວັນ​ປະຊຸມ​ສາມັນ​ຜູ້​ຖື​ຮຸ້ນ ປະຈຳ​ປີ 2017 ​ໃນ​ວັນ​ທີ 06/04/2018, ​ເວລາ 15:00 ​ໂມງ, ທີ່​ຫ້ອງ​ປະຊຸມ​ຊັ້ນ 01 ອາຄານ​ສຳນັກງານ​ໃຫຍ່ ຂອງ​ລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ, ຖະໜົນ​ມິດຕະພາບ​ລາວ-​ໄທ, ບ້ານ​ທົ່ງ​ກາງ, ​ເມືອງ ສີ​ສັດຕະ​ນາກ, ນະຄອນຫຼວງ​ວຽງ​ຈັນ.

                                                                              ຮຽນ​ມາດ້ວຍ​ຄວາມ​ນັບຖື​,

              ຜູ້ອຳນວຍການໃຫຍ່

                                                                                                     ລັດຕະນາ ປະທຸມວັນ


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)