ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ເຂື່ອນໄຟຟ້ານ້ຳງື່ມ-1 ລົງປະຊາສຳພັນອານຸລັກຮັກສາສີ່ງແວດລ້ອມທີ່ໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ

19/11/2018

ຂ່າວ · 19/11/2018

ເຂື່ອນໄຟຟ້ານ້ຳງື່ມ-1 ລົງປະຊາສຳພັນອານຸລັກຮັກສາສີ່ງແວດລ້ອມທີ່ໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ

ໃນຕອນເຊົ້າຂອງວັນທີ 16/11/2018, ເຂື່ອນໄຟຟ້ານ້ຳງື່ມ-1  ໄດ້ຈັດກິດຈະກຳລົງປະຊາສຳພັນອານຸລັກຮັກສາສີ່ງແວດລ້ອມທີ່ໂຮງຮຽນປະຖົມສົມບູນ-ມັດທະຍົມຕອນຕົ້ນ ບ້ານພູເຂົາຄໍາ, ເມືອງແກ້ວອຸດົມ, ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານ ດາວວຽງ ສຸນັນທະລາດ, ຮອງຜູ້ອຳນວຍການເຂື່ອນໄຟຟ້ານ້ຳງື່ມ-1  ແລະ ເປັນກຽດເຂົ້າຮ່ວມທ່ານ ຄຳປານ ຄໍາມົງຄຸນ ຫົວໜ້າຫ້ອງການສຶກສາແລະກິລາເມືອງແກ້ວອຸດົມ.

ພ້ອມດ້ວຍວິຊາການຈາກພະແນກສື່ສານອົງກອນ ແລະ ພະແນກສິ່ງແວດລ້ອມ ສຳນັກງານໃຫຍ່ຂອງ ຜ-ຟຟລ ແລະ ຄູອາຈານນັກຮຽນ200 ກວ່າຄົນກໍໃຫ້ກຽດເຂົ້າຮ່ວມໃນຄັງນີ້. ເຊິ່ງເຂື່ອນໄຟຟ້ານ້ຳງື່ມ-1 ໄດ້ມອບຖັງຂີ້ເຫຍື້ອ 12 ຖັງ , ອຸປະກອນການຮຽນຕ່າງໆ ໃຫ້ໂຮງຮຽນດັ່ງກ່າວ ແລະ ໄດ້ຈັດກິດຈະກຳຄວາມມ່ວນຊື່ນໃຫ້ແກ່ນ້ອງນັກຮຽນອີກດ້ວຍ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)