ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຄະນະຜູ້ອຳນວຍການ ຢ້ຽມຢາມ ການໄຟຟ້າ ຝ່າຍຜະລິດ ແຫ່ງລາຊອານາຈັກໄທ

06/06/2018

ຂ່າວ · 06/06/2018

ຄະນະຜູ້ອຳນວຍການ ຢ້ຽມຢາມ ການໄຟຟ້າ ຝ່າຍຜະລິດ ແຫ່ງລາຊອານາຈັກໄທ

ໃນວັນທີ 04 ມິຖຸນາ 2018, ທ່ານ ບຸນອຸ້ມ ສີວັນເພັງ, ຜູ້ອໍານວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ (ຟຟລ), ຮອງປະທານສະພາບໍລິຫານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ແລະ ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະ ໄດ້ພົບປະກັບ ທ່ານ ວິບູນ ເຣີກສິຣະໄທ ຜູ້ວ່າການ ການໄຟຟ້າ ຝ່າຍຜະລິດ ແຫ່ງປະເທດໄທ (ກຝຜ), ທີ່ສຳນັກງານໃຫຍ່ ບາງກອກ, ລາຊອານາຈັກໄທ.

ຄະນະຜູ້ອໍານວຍການໃຫຍ່ ແລະ ທ່ານ ຜູ້ວ່າການ ກຝຜ ໄດ້ມີການແລກປ່ຽນຄວາມຄິດຄວາມເຫັນກ່ຽວກັບການດຳເນີນທຸລະກິດ ຂອງທັງສອງຝ່າຍ ໂດຍສະເພາະແມ່ນ ສາຍພົວພັນ ອັນດີລະຫວ່າງສອງການໄຟຟ້າຕະຫຼອດໄລຍະ 50 ປີທີ່ຜ່ານມາ. ວາລະດັ່ງກ່າວນີ້ ຄະນະຜູ້ອໍານວຍການໃຫຍ່ຍັງໄດ້ ສະແດງຄວາມຍິນດີ ຕໍ່ການເຂົ້າຮັບຕຳແໜ່ງໃຫມ່ ຂອງທ່ານ ຜູ້ວ່າການ ການໄຟຟ້າ ຝ່າຍຜະລິດ ແຫ່ງປະເທດໄທ ທີ່ຫາກໍ່ໄດ້ເລີ່ມການປະຕິບັດພາລະກິດໃນປີນີ້.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)