ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜູ້ບໍລິຫານ ບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີ້ ຈຳກັດ ໄດ້ຕ້ອນຮັບ ຄະນະນັກລົງທຶນ ທີ່ລົງຢ່ຽມຢາມ ການກໍ່ສ້າງ ໂຮງງານຜະລິດ ໄຟຟ້າ ແສງຕາເວັນ

01/02/2017

ຂ່າວ · 01/02/2017

ຜູ້ບໍລິຫານ ບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີ້ ຈຳກັດ  ໄດ້ຕ້ອນຮັບ ຄະນະນັກລົງທຶນ ທີ່ລົງຢ່ຽມຢາມ ການກໍ່ສ້າງ ໂຮງງານຜະລິດ ໄຟຟ້າ ແສງຕາເວັນ

ຜູ້ບໍລິຫານ ບໍລິສັດ ອີດີແອວ-ເຈນ ໂຊລາ ພາວເວີ ຈຳກັດ ກໍ່ຄື ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ຮັບຕ້ອນ ຄະນະນັກລົງທຶນ ຕົວແທນຈາກທະນາຄານໂລກ ແລະ ທະນາຄານຕ່າງໆ ພ້ອມດ້ວຍ ສື່ມວນຊົນ ເພື່ອລົງຢ້ຽມຢາມ ໂຄງການກໍ່ສ້າງ ໂຮງງານຜະລິດ ໄຟຟ້າແສງຕາເວັນ (EDL-GEN SOLAR POWER) ທີ່ ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃນວັນທີ 25 ມັງກອນ 2017.

ເພື່ອຮັບປະກັນໃຫ້ມີການສະໜອງພະລັງງານໄຟຟ້າຮັບໃຊ້ສັງຄົມທີ່ໝັ້ນຄົງຂຶ້ນ, ໂດຍຜ່ານການຄົ້ນຄ້ວາ, ແລະ ການກະກຽມໃນໄລຍະຜ່ານມາ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຈຶ່ງໄດ້ມີການລະດົມທຶນຈຳນວນໜຶ່ງເພື່ອມານຳໃຊ້ເຂົ້າໃນ ໂຄງການກໍ່ສ້າງ ໂຮງງານຜະລິດ ໄຟຟ້າແສງຕາເວັນ 3 MW ຂຶ້ນ, ຊຶ່ງໄດ້ນອນຢູ່ໃນແຜນຂະຫຍາຍການຜະລິດໄຟຟ້າແສງຕາເວັນ ທີ່ມີເປົ້າໝາຍການຜະລິດໃຫ້ໄດ້ທັງໝົດ 100 MW ຂອງບໍລິສັດ ອີດີແອວ-ເຈັນ ໂຊລ່າ ພາວເວີີ້ ຈຳກັດ. ຊຶ່ງມູນຄ່າໂຄງການດັ່ງກ່າວ ເປັນເງິນທັງໝົດ ປະມານ 3.5 ລ້ານ ໂດລາສະຫາລັດ ( ສາມລ້ານ ຫ້າແສນໂດລາສະຫາລັດ )

ການກໍ່ສ້າງ ແລະ ການດຳເນີນກິດຈະການຂອງບໍລິສັດ ອີດີແອວ-ເຈນ ໂຊລາ ພາວເວີ ຈຳກັດ ແມ່ນສາມາດປະຢັດລາຍຈ່າຍໃນການຊື້ໄຟຟ້າຈາກຕ່າງປະເທດ ເປັນການຫຼຸດຜ່ອນໜີ້ສິນ ແລະ ສາມາດຫຼຸດຜ່ອນພະລັງງານສູນເສຍຢູ່ສາຍສົ່ງແຮງກາງ ແລະ ແຮງຕຳ່ ພ້ອມຍັງເປັນການຫຼຸດຜ່ອນການນຳໃຊ້ນ້ຳໃນອ່າງເກັບນໍ້າຂອງເຂື່ອນ ໃນການຜະລິດກະແສໄຟຟ້າ ເຮັດໃຫ້ການບໍລິຫານນ້ຳມີປະສິທິພາບ ໂດຍສະເພາະແມ່ນ ໃນລະດູແລ້ງ. ນອກນັ້ນ ໂຄງການດ່ັງກ່າວ ຍັງຈະສາມາດສ້າງລາຍຮັບໃຫ້ແກ່ ປະເທດຊາດອີກດ້ວຍ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)