ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ເຂົ້າຮ່ວມງານສະເຫຼີມສະຫຼອງ ຜົນສຳເລັດ ໂຄງການກໍ່ສ້າງເຂື່ອນ ໄຟຟ້າ ນ້ຳງື່ມ-1 ພາກຂະຫຍາຍ ຈັກເບີ 7-8 (80MW) ຈັດໂດຍ: ຟຟລ

30/05/2018

ຂ່າວ · 30/05/2018

ຜ-ຟຟລ ເຂົ້າຮ່ວມສະເຫຼີມສະຫຼອງ ຜົນສຳເລັດ ໂຄງການກໍ່ສ້າງເຂື່ອນ ໄຟຟ້າ ນ້ຳງື່ມ-1 ພາກຂະຫຍາຍ ຈັກເບີ 7-8 (80MW) ຈັດໂດຍ: ຟຟລ

ການນຳ ຜ-ຟຟລ ເຂົ້າຮ່ວມພິທີສະເຫຼີມສະຫຼອງ ຜົນສຳເລັດ ໂຄງການກໍ່ສ້າງເຂື່ອນ ໄຟຟ້າ ນ້ຳງື່ມ-1 ພາກຂະຫຍາຍ ຈັກເບີ 7-8 (80MW) ໄດ້ຈັດໂດຍ: ລັດວິສາຫະກິດໄຟຟ້າລາວທ ໃນວັນທີ 28 ພຶດສະພາ 2018 ທີ່ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍມີການນຳຈາກຫຼາຍພາກສ່ວນເຂົ້າຮ່ວມ ເປັນຕົ້ນແມ່ນ ກະຊວງພະລັງງານ ແລະ ບໍ່ແຮ່, ບັນດາກະຊວງທີ່ກ່ຽວຂ້ອງ, ການນຳຂັ້ນແຂວງ-ຂັ້ນເມືອງ, ຕາງໜ້າຈາກສະຖານທູດຈີນ ປະຈໍາ ສປປລາວ, ລັດວິສາຫະກິດໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ, ບໍລິສັດ Dongfang Electric International Corporation ພ້ອມດ້ວຍແຂກທີ່ຖຶກເຊີນທັງພາຍໃນ ແລະ ຕ່າງປະເທດ.

ພາຍຫຼັງພິທີ ມອບ-ຮັບ ໂຄງການ ຢ່າງເປັນທາງການແລ້ວ ໄດ້ມີພິທີ ປູກຕົ້ນໄມ້ ແລະ ປ່ອຍປາ ຊຶ່ງລວມມີຕົ້ນໄມ້ໃຫຍ່ຫຼາຍກວ່າ 50 ຕົ້ນ ທີ່ປູກອອ້ມຂ້າງໂຮງຈັກຂອງເຂື່ອນ ແລະ ພັນປາພື້ນເມືອງ ຈຳນວນ 20.000 ໂຕ ປ່ອຍລົງສູ່ບໍລິເວນທ້າຍໂຮງຈັກ ຂອງເຂື່ອນເພື່ອເປັນການສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດວັນທີ 1 ມິຖຸນາ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)