ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ກິດຈະກຳ ເຜີຍແຜ່-ເຝິກຊ້ອມ ແຜນຮັບມືສຸກເສີນ ຂອງເຂື່ອນໄຟຟ້າ ຫ້ວຍລຳພັນໃຫຍ່

09/05/2025

ຂ່າວ · 09/05/2025

ກິດຈະກຳ ເຜີຍແຜ່-ເຝິກຊ້ອມ ແຜນຮັບມືສຸກເສີນ ຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່

ຕາງໜ້າຈາກກະຊວງພະລັງງານ ແລະ ບໍ່ແຮ່, ອົງການຈັດຕັ້ງສາກົນ ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ຮ່ວມກັນຈັດກິດຈະກຳເຜີຍແຜ່ ແລະ ເຝິກຊ້ອມ ແຜນຮັບມືສຸກເສີນ ຂອງເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງລະມ່າມ ແຂວງເຊກອງ ໃນລະຫ່ວາງວັນທີ 29 - 30 ເມສາ 2025.
ກິດຈະກຳເຜີຍແຜ່ ແຜນຮັບມືສຸກເສີນ ຂອງໂຄງການຫ້ວຍລຳພັນໃຫຍ່ ຄັ້ງນີ້ ແມ່ນເປັນກິດຈະກຳໜຶ່ງ ເພື່ອຮັບຟັງການເຜີຍແຜ່ເນື້ອໃນແຜນຮັບມືສຸກເສີນ ຂອງໂຄງການເຂື່ອນໄຟຟ້າຫ້ວຍລຳພັນໃຫຍ່ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ອຳນາດການປົກຄອງບ້ານ, ເມືອງ, ແຂວງ ແລະ ສູນກາງ
ໃນການກະກຽມຄວາມພ້ອມຮັບມືເຫດສຸກເສີນ
ກິດຈະກຳໃນຄັ້ງນີ້ ເປັນການຮ່ວມມືຈາກຫຼາຍພາກສ່ວນ ຄື: ກົມຄຸ້ມຄອງຄວາມປອດໄພອຸດສະຫະກຳພະລັງງານ (ກປພ), ກະຊວງພະລັງງານ ແລະ ບໍ່ແຮ່; ອົງການ ເຮວວິຕັດ ສະວິດ (Helvetas) ເພື່ອການຮ່ວມມືສາກົນ ແຫ່ງ ສປປ ລາວ; ແລະ ບໍລິສັດ ຜະລິດໄຟຟ້າລາວ ມະຫາຊົນ (ຜ-ຟຟລ).
ກິດຈະກຳຄັ້ງນີ້ໄດ້ຮັບການສະໜັບສະໜູນທຶນຈາກ Swiss Agency for Development and Cooperation (SDC)


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)