ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ພິທີມອບ-ຮັບໜ້າທີ່ ລະຫ່ວາງ ຜູ້ອໍານວຍການໃຫຍ່ (ຜູ້ເກົ່າ) ແລະ ຮັກສາການຜູ້ອໍານວຍການໃຫຍ່ ຜ-ຟຟລ (ຜູ້ໃໝ່)

05/11/2024

ຂ່າວ · 05/11/2024

ອີງຕາມແຈ້ງການ ມະຕິທີ່ສໍາຄັນຂອງສະພາບໍລິຫານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ກ່ຽວກັບ ການແຕ່ງຕັ້ງ ທ່ານ ດາວວຽງ ສຸນັນທະລາດ ເປັນຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ທັງເປັນກຳມະການສະພາບໍລິຫານຜູ້ໃໝ່ ເພື່ອສືບຕໍ່ປະຕິບັດໜ້າທີ່ບໍລິຫານບໍລິສັດແທນ ກຳມະການສະພາບໍລິຫານຜູ້ເກົ່າທີ່ພັກການຮັບອຸດໜູນບຳເນັດ ແລະ ກຳນົດອາຍຸການຂອງກຳມະການສະພາ ບໍລິຫານບໍ່ເກີນສອງປີ ໂດຍເລີ່ມນັບແຕ່ມື້ກອງປະຊຸມຜູ້ຖືຮຸ້ນ ເປັນຕົ້ນໄປ.

ໂດຍພິທີເຊັ່ນບົດບັນທຶກລະຫ່ວາງ ທ່ານ ດາວວຽງ ສຸນັນທະລາດ ຮັກສາການຜູ້ອໍານວຍການໃຫຍ່ ຜ-ຟຟລ ຜູ້ໃໝ່ ແລະ ທ່ານ ວົງສະກຸນ ຍິ່ງຍົງ ອາດີດ ຜູ້ອຳນວຍການໃຫຍ່ ຜ-ຟຟລ ທີ່ຄົບອາຍຸກະສຽນ ຈັດຂຶ້ນ ໃນວັນທີ 28 ຕຸລາ 2024 ທີ່ສຳນັກງານໃຫຍ່ ຜ-ຟຟລ ຊັ້ນ 7, ຕຶກອາຄານ ລັດວິສາຫະກິດໄຟຟ້າລາວ ບ້ານ ທົ່ງກາງ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)