ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ເປີດ ໂຮງງານ ຜະລິດ-ໄຟຟ້າພະລັງງານແສງຕາເວັນແຫ່ງທຳອິດໃນ ສປປ ລາວ.

09/02/2017

ຂ່າວ · 09/02/2017

ເປີດ ໂຮງງານ ຜະລິດ-ໄຟຟ້າພະລັງງານແສງຕາ​ເວັນແຫ່ງທຳອິດໃນ ສປປ ລາວ.

ໃນວັນທີ 7 ກຸມພາ 2017, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ແລະ ບໍລິສັດ ພັດທະນາພະລັງງານບໍລິສຸດ ຈໍາກັດຜູ້ດຽວ ໄດ້ຮ່ວມກັນຈັດພິທີເປີດ ໂຮງງານ ຜະລິດ-ໄຟຟ້າພະລັງງານແສງຕາ​ເວັນແຫ່ງທຳອິດໃນ ສປປ ລາວ ຢ່າງເປັນທາງການ ໂດຍການເປັນປະທານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງີນ,  ເຊິ່ງໂຄງການດັ່ງກ່າວ ຕັ້ງຢູ່ບ້ານແຈ້ງສະຫວ່າງ ເມືອງນາຊາຍທອງ ນະຄອນຫລວງວຽງ​ຈັນ.

ເຂົ້າຮ່ວມໃນພິທີດັ່ງກ່າວ ຍັງໄດ້ຮັບກຽດເຂົ້າຮ່ວມໂດຍມີ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່, ບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ຈາກບັນດາກະຊວງທີ່ກ່ຽວຂ້ອງ ພ້ອມນີ້ຍັງມີທ່ານ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໄຟຟ້າລາວ ພ້ອມດ້ວຍຄະນະ, ທ່ານ ລັດຕະນາ ປະທຸມວັນ ຜູ້ອໍານວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ພ້ອມດ້ວຍ ຄະນະ​ສະພາ​ບໍລິຫານ, ພະນັກງານ​ຈາກ​ ບໍລິສັດ ຜະລິດ-​ໄຟ​ຟ້າ​ລາວ ມະຫາຊົນ, ບັນດາ​ທະນາຄານ ​ແລະ ສະ​ຖາ​ບັນ​ການ​ເງິນ​ຕ່າງໆ​, ພ້ອມ​ດ້ວຍສື່ມວນຊົນ.​

ໂຮງງານ​ດັ່ງກ່າວ​ເປັນ​​​ໂຮງງານ​ແຫ່ງ​ທໍາ​ອິດ​ຂອງ​ລາວ ​ທີ່ໄດ້ມີ​ການ​ນໍາ​ໃຊ້​ເຕັກ​ນິກ​ ​ແລະ ​ເຕັກ​ໂນ​​ໂລຊີທີ່​ທັນ​ສະ​ໄໝ​ ​ເຊັ່ນ: ​ການໃຊ້​ແຜ່ນ​ໂຊ​ລ່າ ຍີ່​ຫໍ້ TALESUN ມີ​ຂະໜາດ 320​ ວັດຕໍ່​​ແຜງ ຈໍານວນ​ທັງໝົດ 9.600 ​ແຜງ ​ເພື່ອ​​ເຊື່ອມ​ຕໍ່​ເຂົ້າ​​ໃນ​ລະບົບສາຍ​ສົ່ງ​​ 22 ກິ​​ໂລ​​​ໂວ​ນ ຂອງລັດ​ວິ​ສາ​ຫະກິດ​ໄຟຟ້າ​ລາວ ​ເຊິ່ງ​ໂຄງການ​ດັ່ງກ່າວ​ນີ້​ມີ​ມູນ​ຄ່າ​ການ​ລົງທຶນທັງໝົດ 3,445,306 ​ໂດລາ​ສະຫະລັດ ຫຼື ປະມານ 27 ຕື້​ກີບ ​ແລະ ໄດ້​ເປີດ​ການ​ຜະ​ລິດ​ໄຟຟ້າ​ໃນ​ຕົ້ນ​ເດືອນ​ກຸມພາ 2017.

ພາຍຫລັງທີ່ມີ​ການຄົ້ນ​ຄວ້າ ​ແລະ ກະກຽມມາ​ໄລຍະໜຶ່ງ ບໍ​ລິສັດ ຜະ​ລິດ-​ໄຟຟ້າ​ລາວ ມະຫາ​ຊົນ ​​ໄດ້​ມີ​ການ​ລະດົມ​ທຶນ​ຈໍານວນໜຶ່ງ​ເພື່ອ​ມາ​ນໍາ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ຜະ​ລິດ​ໄຟຟ້າ​ແສງ​ຕາ​ເວັນ 3 ​ເມ​ກາ​ວັດ, ​ເຊິ່ງກໍ່​ນອນ​ຢູ່​ໃນ​ແຜນການ​ຂະຫຍາຍ​ການ​ຜະລິດ​ໄຟຟ້າແສງ​ຕາ​ເວັນ​ໃຫ້​ໄດ້​ທັງໝົດ 100 ​ເມ​ກາ​ວັດ ຂອງ ບໍລິສັດ ອີ​ດີ​ແອ​ວ-ເຈັນ ໂຊ​ລ່າ​ພາວ​ເວີ້ ຈໍາກັດ​. ​ໃນ​ນັ້ນຮັບ​ໃຊ້​ນະຄອນຫຼວງວຽງຈັນ ​ໃຫ້​ໄດ້​ປະມານ 25 - 30 ​ເມ​ກາ​ວັດ, ດ້ວຍ​ການສະໜັບ ສະໜູນຂອງ​ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​ແລະ ລັດ​ວິສາ​ຫະກິດ​ໄຟຟ້າ​ລາວ, ບໍລິສັດ ຜະລິດ-​ໄຟຟ້າ​ລາວ ມະຫາຊົນ ​ຈຶ່ງ​ໄດ້​ຕັດສິນ​ໃຈ​ລົງ​ທຶນ​ກໍ່ສ້າງ​ໂຄງການ​ຕົວ​ແບບ​ພະ​ລັງ​ງານ​ໄຟຟ້າ​ແສງຕາ​ເວັນຂະໜາດ 10 ​ເມ​ກາ​ວັດ ຕາມ​ການ​ອະ​ນຸມັດ​ໃຫ້​ເຮັດ​ທົດ​ລອງ ​ຂອງ​ ກະຊວງ​ພະລັງງານ ​ແລະ ບໍ່​ແຮ່ ​​ໂດຍ​ບໍລິສັດ ຜະລິດ - ​ໄຟຟ້າ​ລາວ ມະຫາຊົນ ​ໄດ້​ມອບ​ໃຫ້ ບໍລິສັດ ອີ​ດີ​ແອວ-​ເຈັນ ​ໂຊ​ລ່າ​ພາວ​ເວີ້ ຈໍາກັດ ​ເປັນ​ຜູ້ຈັດ​ຕັ້ງ​ປະຕິບັດ ໂດຍການຮ່ວມຮຸ້ນ ລະຫວ່າງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ກັບ ບໍລິສັດ ພັດທະນາພະລັງງານບໍລິສຸດ ຈຳກັດຜູ້ດຽວ, ບໍລິສັດ  ຜະລິດ-ໄຟຟ້າລາວ ມະຫາຊົນ ຖືຮຸ້ນ 60 ສວ່ນຮ້ອຍ ແລະ ບໍລິສັດ ພັດທະນາພະລັງງານບໍລິສຸດ ຈຳກັດຜູ້ດຽວ ຖືຮຸ້ນ 40 ສ່ວນຮ້ອຍ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)