ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ເຂື່ອນໄຟຟ້ານໍ້າງື່ມ-1 ເດີນເຄື່ອງຜະລິດ ໄຟຟ້າ ປົກກະຕິ

30/10/2019

ຂ່າວ · 30/10/2019

ເຂື່ອນໄຟຟ້ານໍ້າງື່ມ-1 ເດີນເຄື່ອງຜະລິດ ໄຟຟ້າ ປົກກະຕິ 

ລະດັບນ້ຳ ໃນວັນທີ 28 ຕຸລາ 2019 ຢູ່ທີ່ 206,50 ເມັດ ທຽບໃສ່ລະດັບໜ້ານ້ຳທະເລ ບໍລິມາດນ້ຳໃນອ່າງ ປະມານ 5,216 ລ້ານແມັດກ້ອນ ຫຼື ສົມທຽບເປັນ 73,40 ສ່ວນຮ້ອຍ ຂອງບໍລິມາດນ້ຳທີ່ອ່າງນ້ຳງື່ມ -1 ສາມາດບັນຈຸໄດ້. ເຂື່ອນໄຟຟ້ານ້ຳງື່ມ-1 ເດີນເຄື່ອງ ຜະລິດໄຟຟ້າ 1 ເຄື່ອງ ຈາກທັງໝົດ 6 ເຄື່ອງຈັກ. ປະລິມານນ້ຳໄຫຼລົງສູ່ ສາຍນ້ຳງື່ມ ແມ່ນ 47 ແມັດກ້ອນ ຕໍ່ວິນາທີ, ການຜະລິດໄຟຟ້າຂອງເຂື່ອນແມ່ນອີງຕາມສະພາບນ້ຳທີ່ຢູ່ໃນອ່າງນ້ຳງື່ມ ເຊິ່ງ ປີນີ້ຖືວ່າ ມີປະລິມານທີ່ ໜ້ອຍຫຼາຍ ເນື່ອງຈາກສະພາບໄພແຫ້ງແລ້ງ.

ສຳລັບ ກໍລະນີ ການຜະລິດກະແສໄຟຟ້າຂັດຂ້ອງ ໃນວັນທີ 23 ຕຸລາ 2019 ເວລາ 8:03 ໂມງ ເນື່ອງຈາກເກີດເຫດໄຟໄໝ້ ໝໍ້ແປງຂະໜາດ 115/22 kV ຂອງສະຖານີ ໄຟຟ້າ ທ່າລາດ, ສົ່ງຜົນໃຫ້ລະບົບປ້ອງກັນເຄື່ອງຈັກນໍ້າງື່ມ-1 ສັ່ງໃຫ້ເຄື່ອງຈັກຢຸດ ອັດຕະໂນມັດ. ໃນຊ່ວງທີ່ຢຸດເຄື່ອງຈັກດັ່ງກ່າວ ບໍ່ມີການລະບາຍນ້ຳຈາກເຂື່ອນ ລົງສູ່ສາຍນ້ຳງື່ມເປັນເວລາ 12 ນາທີ, ກະທົບຕໍ່ການ ຊົມໃຊ້ໄຟຟ້າພາຍໃນເມືອງ ແກ້ວອຸດົມ ແລະ ເມືອງ ວຽງຄໍາ ແຂວງວຽງຈັນ ໃນຊ່ວງດັ່ງກ່າວ. ນອກນັ້ນ ລະດັບນ້ຳ ໃນທ້າຍເຮືອນຈັກ ຂອງເຂື່ອນ ໄຟຟ້ານ້ຳງື່ມ -1 ໃນຊ່ວງເວລາດັ່ງກ່າວ ຫຼຸດລົງ ຢ່າງກະທັນຫັນ ບໍ່ສາມາດຕອບສະໜອງນ້ຳໃຫ້ສະຖານນີນ້ຳປະປາ ເມືອງແກ້ວອຸດົມ ຊົ່ວຄາວ. ຫຼັງຈາກນັ້ນ ເວລາ 8:15 ໂມງ ພາຍຫຼັງກວດກາ ແລະ ເລີ່ມລະບົບໃໝ່ ເຄື່ອງຈັກເບີ 1 ກໍ່ກັບມາ ເດີນເຄື່ອງ ຜະລິດໄຟຟ້າໄດ້ເປັນປົກກະຕິ ດ້ວຍປະລິມານນ້ຳ ໄຫຼລົງສູ່ສາຍນ້ຳງື່ມ 47 ແມັດກ້ອນ ຕໍ່ວິນາທີ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)