ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ພິທີລົງນາມສັນຍາໂຄງການເຂື່ອນໄຟຟ້ານໍ້າພູນ ລະຫວ່າງ ບໍລິສັດ ນໍ້າພູນ ພາວເວີ ຈຳກັດ ແລະ ບໍລິສັດ ພາວເວີໄຊນາ ເສີນຕູ່ ເອັນຈີເນຍຣິງ ຄໍເປີເຣຊັນ ຈໍາກັດ

23/11/2016

ຂ່າວ · 23/11/2016

ພິທີລົງນາມສັນຍາໂຄງການເຂື່ອນໄຟຟ້ານໍ້າພູນ ລະຫວ່າງ ບໍລິສັດ ນໍ້າພູນ ພາວເວີ ຈຳກັດ ແລະ ບໍລິສັດ ພາວເວີໄຊນາ ເສີນຕູ່ ເອັນຈີເນຍຣິງ ຄໍເປີເຣຊັນ ຈໍາກັດ

ໃນວັນທີ 18 ພະຈິກ 2016 ທີ່ ໂຮງແຮມ ແລນມາກ,​ ນະຄອນຫຼວງວຽງຈັນ ໄດ້ມີ ພິທີລົງນາມສັນຍາໂຄງການເຂື່ອນໄຟຟ້ານໍ້າພູນ ລະຫວ່າງ ບໍລິສັດ ນໍ້າພູນ ພາວເວີ ຈຳກັດ ແລະ ບໍລິສັດ ພາວເວີໄຊນາ ເສີນຕູ່ ເອັນຈີເນຍຣິງ ຄໍເປີເຣຊັນ ຈໍາກັດ. ບໍລິສັດ ນໍ້າພູນ ພາວເວີ ຈຳກັດ ສ້າງຕັ້ງຂຶ້ນໃນເດືອນ ພຶດສະພາ 2016 ໂດຍມີ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຖືຮຸ້ນ 51% ແລະ ບໍລິສັດ SOK Corporation ຖືຮຸ້ນ 49%, ໂຄງການເຂື່ອນໄຟຟ້ານໍ້າພູນ ມີກໍາລັງຕິດຕັ້ງ 45 MW ເຊິ່ງຕັ້ງຢູ່ ເມືອງ ປາກລາຍ, ແຂວງ ໄຊຍະບູລີ ແລະ ມີມູນຄ່າຂອງສັນຍາການກໍ່ສ້າງ (EPC) Contact : 99,998,918 USD ເຊິ່ງມີ ບໍລິສັດ ພາວເວີໄຊນາ ເສີນຕູ່ ເອັນຈີເນຍຣິງ ຄໍເປີເຣຊັນ ຈໍາກັດ ເປັນຜູ້ຮັບເໝົາ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)