ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ພິທີເຊັນສັນຍາ ໂຄງການເຂື່ອນໄຟຟ້ານໍ້າດິກ 1 ລະຫວ່າງ ບໍລິສັດ ນໍ້າດິກ 1 ພາວເວີ້ ຈໍາກັດ ແລະ ບໍລິສັດ ເອວິກ ອີນເຕີເນຊັນເນວ ໂປຣເຈັກ ເອັນຈີເນຍຣິງ

24/11/2016

ຂ່າວ · 24/11/2016

ພິທີເຊັນສັນຍາ ໂຄງການເຂື່ອນໄຟຟ້ານໍ້າດິກ 1 ລະຫວ່າງ ບໍລິສັດ ນໍ້າດິກ 1 ພາວເວີ້ ຈໍາກັດ ແລະ ບໍລິສັດ ເອວິກ ອີນເຕີເນຊັນເນວ ໂປຣເຈັກ ເອັນຈີເນຍຣິງ

ໃນວັນທີ 21 ພະຈິກ 2016 ທີ່ ໂຮງແຮມ ແລນມາກ,​ ນະຄອນຫຼວງວຽງຈັນ ໄດ້ມີ ພິທີເຊັນສັນຍາໂຄງການເຂື່ອນໄຟຟ້ານໍ້າດິກ 1 ລະຫວ່າງ ບໍລິສັດ ນໍ້າດິກ 1 ພາວເວີ້ ຈໍາກັດ ແລະ ບໍລິສັດ ເອວິກ ອີນເຕີເນຊັນເນວ ໂປຣເຈັກ ເອັນຈີເນຍຣິງ. ບໍລິສັດ ນໍ້າດິກ 1 ພາວເວີ້ ຈໍາກັດ ສ້າງຕັ້ງຂຶ້ນໃນເດືອນ ກັນຍາ 2016 ໂດຍມີ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຖືຮຸ້ນ 70 %, ໂຄງການເຂື່ອນໄຟຟ້ານໍ້າດິກ 1 ມີກໍາລັງຕິດຕັ້ງ 15 MW ເຊິ່ງຕັ້ງຢູ່ ເມືອງ ຊຳໃຕ້, ແຂວງ ຫົວພັນ ແລະ ມີມູນຄ່າກໍ່ສ້າງຂອງໂຄງການແມ່ນ 42.9 ລ້ານ ໂດລາສະຫະລັດ  ເຊິ່ງມີ  ບໍລິສັດ ເອວິກ ອີນເຕີເນຊັນເນວ ໂປຣເຈັກ ເອັນຈີເນຍຣິງ ເປັນຜູ້ຮັບເໝົາ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)