ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ທີ່ເຂື່ອນໄຟຟ້ານໍ້າງື່ມ-1 ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ

30/05/2017

CSR · 30/05/2017

ກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ທີ່ເຂື່ອນໄຟຟ້ານໍ້າງື່ມ-1 ຂອງ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ໃນວັນທີ 27 ພຶດສະພາ 2017, ທີ່ເຂື່ອນໄຟຟ້ານໍ້ຳງື່ມ-1, ເມືອງ ແກ້ວອຸດົມ ແຂວງວຽງຈັນ ເພື່ອສະເຫຼີມສະຫຼອງ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກສາກົນ ທີ 1 ມິຖຸນາ.

ໃຫ້ກຽດເຂົ້າຮ່ວມງານໂດຍ ທ່ານ ປອ. ຄຳມະນີ ອິນທິລາດ, ລັດຖະມົນຕີວ່າການ ກະຊວງພະລັງງານ ແລະ ບໍ່ແຮ່, ປະທານສະພາບໍລິຫານ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ), ທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງ ແຂວງ ວຽງຈັນ ພ້ອມດ້ວຍ ທ່ານຮອງລັດຖະມົນຕີ, ຄະນະກົມຂອງກະຊວງພະລັງງານ ແລະ ບໍ່ແຮ່, ຄະນະຜູ້ອໍານວຍການໃຫຍ່ ແລະ ບັນດາພະນັກງານ ຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ແລະ ຜ-ຟຟລ, ຕາງໜ້າອຳນາດການປົກຄອງທຸກຂັ້ນ ແລະ ປະຊາຊົນທ້ອງຖິ່ນ ຫຼາຍກວ່າ 400 ທ່ານ.

ໃນໂອກາດນີ້ ຜ-ຟຟລ ໄດ້ຈັດສັນເບ້ຍໄມ້ ຈຳນວນ 500 ເບ້ຍ ເພື່ອນຳມາປູກ ແລະ ໃນໂອກາດດັ່ງກ່າວ ໄດ້ມີການປ່ອຍປາທີ່ເປັນພັນປາພື້ນເມືອງ ຈຳນວນ 20,000 ໂຕ ລົງສູ່ສາຍນໍ້າງື່ມບໍລິເວນທ້າຍໂຮງຈັກຂອງເຂື່ອນໄຟຟ້າ ນ້ຳງື່ມ-1 ເພື່ອເປັນການເພີ່ມຄວາມອຸດົມສົມບູນຂອງລະບົບນິເວດໃຫ້ມີຄວາມຍືນຍົງ ເປັນການສົ່ງເສີມການປູກປ່າ ແລະ ປົກປັກຮັກສາສິ່ງແວດລ້ອມໄປພ້ອມໆກັນ.

ເນື່ອງໂອກາດດັ່ງກ່າວ ຜ-ຟຟລ ຍັງໄດ້ ມອບອຸປະກອນ ການສຶກສາ ແລະ ກິລາ ລວມເປັນມູນຄ່າກວ່າ 45 ລ້ານກີບ ມອບໃຫ້ແກ່ໂຮງຮຽນປະຖົມສົມບູນ ບ້ານ ທາດທາ ແລະ ບ້ານ ນາແຊະ, ເມືອງແກ້ວອຸດົມ ແຂວງວຽງຈັນ ເພື່ອມອບໃຫ້ແກ່ນ້ອງນ້ອຍນັກຮຽນ ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)