ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ “ຜ-ຟຟລ” ເຂົ້າຮ່ວມງານສໍາມະນາ “ບໍລິສັດຈົດທະບຽນພົບປະຜູ້ລົງທຶນ” ປະຈໍາປີ 2026

25/05/2026

ຂ່າວ · 25/05/2026

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ “ຜ-ຟຟລ” ເຂົ້າຮ່ວມງານສໍາມະນາ “ບໍລິສັດຈົດທະບຽນພົບປະຜູ້ລົງທຶນ” ປະຈໍາປີ 2026 ເພື່ອນໍາສະເໜີຜົນການດຳເນີນງານປະຈຳປີ 2025 ແລະ ທິດທາງໃນປີ 2026 ເຊິ່ງໄດ້ຈັດຂຶ້ນ ໃນວັນທີ 21 ພຶດສະພາ 2026 ທີ່ ສໍານັກງານໃຫຍ່ ຕະຫລາດຫລັກຊັບລາວ (Lao Securities Exchange) ເຊິ່ງນໍາໂດຍ ທ່ານ ສຸກສະຫວາດ ໂສສຸພັນ ຜູ້ອໍານວຍການໃຫ່ຍ ຜ-ຟຟລ ພ້ອມດ້ວຍຄະນະຜູ້ບໍລິຫານ ໄດ້ເຂົ້າຮ່ວມການນໍາສະເໜີຜົນການດໍາເນີນທຸລະກິດໃນງານຄັ້ງນີ້.

ກິດຈະກຳດັ່ງກ່າວ ຈັດຂຶ້ນເພື່ອເປີດໂອກາດໃຫ້ບັນດາບໍລິສັດຈົດທະບຽນ ໄດ້ພົບປະ ແລະ ແລກປ່ຽນຂໍ້ມູນໂດຍກົງກັບຜູ້ລົງທຶນ ທັງພາຍໃນ ແລະ ຕ່າງປະເທດ ກ່ຽວກັບຜົນການດໍາເນີນທຸລະກິດ ປະຈໍາປີ 2025 ແລະ ທິດທາງການດໍາເນີນງານໃນອະນາຄົດ

ການນໍາສະເໜີໃນຄັ້ງນີ້ ໄດ້ຈັດຂຶ້ນໃນຮູບແບບການຖ່າຍທອດສົດ (Live) ທາງເພສ Facebook ຂອງ ຕະຫລາດຫລັກຊັບລາວ ເພື່ອໃຫ້ນັກລົງທຶນ, ຜູ້ຖືຮຸ້ນ ແລະ ມວນຊົນຜູ້ສົນໃຈ ສາມາດຕິດຕາມ ແລະ ສອບຖາມຂໍ້ມູນໄດ້ຢ່າງທົ່ວເຖິງ.

ໃນໂອກາດນີ້, ຜ-ຟຟລ ໄດ້ນໍາສະເໜີຂໍ້ມູນກ່ຽວກັບຜົນການດໍາເນີນທຸລະກິດ, ການບໍລິຫານໂຄງການໄຟຟ້ານໍ້າຕົກ, ທິດທາງການພັດທະນາດ້ານພະລັງງານ, ພ້ອມທັງວິໄສທັດໃນການຍົກລະດັບການດໍາເນີນງານ ດ້ວຍການນໍາໃຊ້ເທັກໂນໂລຊີທັນສະໄໝ ເພື່ອສ້າງການເຕີບໂຕຢ່າງຍືນຍົງ ແລະ ເສີມສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ລົງທຶນ.

ນອກຈາກນັ້ນ, ງານສໍາມະນາຄັ້ງນີ້ ຍັງໄດ້ຊ່ວຍສົ່ງເສີມບັນຍາກາດການລົງທຶນ ແລະ ການຊື້-ຂາຍຮຸ້ນ ໃນຕະຫຼາດຫຼັກຊັບລາວ ໃຫ້ມີຄວາມຄຶກຄື້ນ ແລະ ມີສີສັນຫຼາຍຂຶ້ນ


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)