ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຮັບລາງວັນ The Asset Triple A Country Awards 2018

25/01/2019

ຂ່າວ · 25/01/2019

ຜ-ຟຟລ ຮັບລາງວັນ The Asset Triple A Country Awards 2018

ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ(ຜ-ຟຟລ) ໄດ້ຮັບລາງວັນ The Asset Triple A Country Awards ປະຈໍາປີ2018, ໃນສາຂາ Best Corporate Bond for EDL-Generation’s Bt13.66 billion baht bond ຫຼືການລະດົມທຶນດີເດັ່ນດ້ວຍການອອກຈໍາໜ່າຍຮຸ້ນກູ້ສະກຸນເງິນບາດມູນຄ່າ 13,66 ຕື້ບາດ, ເຊິ່ງມີພິທີມອບຮັບ​ຈັດຂຶ້ນໃນວັນທີ 24/01/2019 ທີ່ຮົງກົງຈັດໂດຍ The Asset ເຊິ່ງເປັນວາລະສານດ້ານຕະຫຼາດທຶນທີ່ນໍາໜ້າແລະມີຊື່ສຽງໃນອາຊີ.

ທາງ The Asset ໄດ້ກ່າວວ່າ “ຮຸ້ນກູ້ທີ່ອອກຈໍາໜ່າຍໃນຄັ້ງນີ້ ແມ່ນຈໍານວນທີ່ຫຼາຍທີ່ສຸດ ແລະ ອາຍຸຮຸ້ນກູ້ທີ່ຍາວທີ່ສຸດ ທີ່ອອກໂດຍລັດວິສາຫະກິດຕ່າງຊາດ, ເຊິ່ງແມ່ນປະເທດລາວ, ໃນຕະຫຼາດຮຸ້ນກູ້ຂອງປະເທດໄທ ເພື່ອນໍາໃຊ້ເງິນທຶນທີ່ລະດົມໄດ້ພາຍໃນປະເທດລາວ” ຍ້ອນສາເຫດນີ້ ຈຶ່ງເຮັດໃຫ້ ຜ-ຟຟລ ເຊິ່ງເປັນຜູ້ອອກຮຸ້ນກູ້ໄດ້ຮັບລາງວັນທີ່ສຳຄັນໃນຄັ້ງນີ້. ໃນການຮັບລາງວັນຄັ້ງນີ້ນໍາໂດຍ ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອໍານວຍການໃຫຍ່ ຜ-ຟຟລ, ພ້ອມກັບ ການນໍາຂອງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ຄະນະ ຜ-ຟຟລ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)