ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ສະໜັບສະໜູນ ວັນສະເຫຼີມສະຫຼອງ ວັນສ້າງຕັ້ງ ເມືອງວຽງໄຊ

21/11/2018

ຂ່າວ · 21/11/2018

ຜ-ຟຟລ ສະໜັບສະໜູນ ວັນສະເຫຼີມສະຫຼອງ ວັນສ້າງຕັ້ງ ເມືອງວຽງໄຊ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ຫຼື ຜ-ຟຟລ ພ້ອມດ້ວຍຕາງໜ້າຈາກ ບໍລິສັດຕ່າງໆ ໄດ້ຮ່ວມກັນມອບເງີນ ຈຳນວນ 153 ລ້ານກີບ ໃຫ້ແກ່ສຳນັກງານນາຍົກລັດຖະມົນຕີ ໃນວັນທີ 16 ພະຈິກ 2018 ທີ່ສຳນັກງານ ນາຍົກລັດຖະມົນຄີ ເພື່ອສົມທົບທຶນ ປະກອບສ່ວນເຂົ້າໃນວັນສະເຫຼີມສະຫຼອງ ວັນສ້າງຕັ້ງ ເມືອງວຽງໄຊ-ຖານທີ່ໝັ້ນຂອງການປະຕິວັດລາວ ຄົບຮອບ 50ປີ (30/11/1968-30/11/2018).
ຕາງໜ້າ ຜ-ຟຟລ ໃນການມອບໃນຄັ້ງນີ້ ໂດຍແມ່ນທ່ານ ນາງ ລັດຕະນາ ປະທຸມວັນ ຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຕາງໜ້າຈາກລັດວິສາຫະກິດໄຟຟ້າລາວ ແລະ ບັນດາບໍລິສັດຕ່າງໆ ລວມທັງໝົດ 10ບໍລິສັດ ແລະ ຮັບໂດຍທ່ານ ດຣ ເພັດ ພົມພິທັກ ລັດຖະມົນຕີ ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)