ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ສະໜັບສະໜູນກິດຈະກຳຂອງ ຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ປີ2019

23/08/2019

ຂ່າວ · 23/08/2019

ຜ-ຟຟລ ສະໜັບສະໜູນກິດຈະກຳຂອງ ຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ປີ 2019

ໃນລະຫວ່າງວັນທີ 09-11/08/2019 ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ປະກອບສ່ວນສະໜັບສະໜູນດ້ານສະຖານທີ່ ໃນການຈັດກິດຈະກຳແຄ້ມສາມັກຄີ ຂອງຄະນະຊາວໜຸ່ມລາວ ໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ(SSEAYP) ຄັ້ງທີ 46 ປະຈຳປີ 2019 ເຊິ່ງຈັດຂຶ້ນຢູ່ທີ່ເຂື່ອນໄຟຟ້ານ້ຳມັງ 3

ກິດຈະກຳທີ່ຈັດຂຶ້ນແມ່ນແນໃສ່ ແລກປ່ຽນບົດຮຽນ ແລະ ເພື່ອເສີມສ້າງທັກສະຫຼາຍໆດ້ານໃຫ້ແກ່ຄະນະຊາວໜຸ່ມ ທີ່ກໍາລັງກະກຽມເຂົ້າຮ່ວມໂຄງການໃນປີນີ້ ເຊິ່ງຈະໄປເປັນຕົວແທນຂອງຊາວໜຸ່ມລາວທົ່ວປະເທດໃນການພົບປະ ແລກປ່ຽນທາງຄວາມຮູ້ວິຊາການ ແລະ ວັດທະນະທຳ ກັບຄະນະຊາວໜຸ່ມຈາກບັນດາປະເທດ ASEAN ແລະ ຍີ່ປຸ່ນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)