ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ພະນັກງານ ຜ-ຟຟລ ແລະ ພະນັກງານບໍລິສັດ ອອ້ມຂ້າງຮ່ວມບໍລິຈາກໃຫ້ຜູ້ປະສົບໄພນໍ້າຖ້ວມ ທີ່ ເມືອງ ສະໜາມໄຊ, ແຂວງອັດຕະປື

27/07/2018

CSR · 27/07/2018

ພະນັກງານ ຜ-ຟຟລ ແລະ ພະນັກງານບໍລິສັດ ອອ້ມຂ້າງຮ່ວມບໍລິຈາກໃຫ້ຜູ້ປະສົບໄພນໍ້າຖ້ວມ ທີ່ ເມືອງ ສະໜາມໄຊ, ແຂວງອັດຕະປື

ພາຍຫຼັງທີ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ໃຫ້ການບໍລິຈາກເບື້ອງຕົ້ນ ເປັນຈໍານວນເງິນທັງໝົດ 100.000.000 ກີບ ໃນວັນທີ 25 ກໍລະກົດ 2018 ເພື່ອຊ່ວຍເຫຼືອຜູ້ປະສົບໄພ ທີ່ໄດ້ຮັບຜົນກະທົບຈາກເຫດການອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ຢູ່ແຂວງອັດຕະປື ໃນຄັ້ງວັນທີ 23 ກໍລະກົດ 2018.

ພ້ອມກັນນີ້ໃນລະຫວ່າງວັນທີ 24-25 ກໍລະກົດ 2018, ພະນັກງານຂອງ ຜ-ຟຟລ ທັງທີ່ສັງກັດຢູ່ສຳນັກງານໃຫຍ່ ແລະ ບັນດາເຂື່ອນທີ່ ຜ-ຟຟລ ຄຸ້ມຄອງ ພ້ອມດ້ວຍພະນັກງານຂອງ ບໍລິສັດ ບໍລິການຄຸ້ມຄອງຜະລິດ ແລະ ບຳລຸງຮັກສາ        ຜ-ຟຟລ ຈຳກັດ, ບໍລິສັດ ອີດີແອວເຈນ ໂຊ່ລ້າ ພາວເວີ, ບໍລິສັດ ນໍ້າດິກ-1 ພາວເວີ ຈໍາກັດ ແລະ ບໍລິສັດ ນໍ້າບີ ພາວເວີ ຈໍາກັດ ໄດ້ຮ່ວມໃຈກັນລະດົມທືນຮອນສ່ວນຕົວ ລວມເປັນເງີນທັງໝົດ 62.947.000 ກີບ ເພື່ອຊ່ວຍເຫຼືອຜູ້ປະສົບໄພດັ່ງກ່າວ ທັງນີ້ກໍ່ເພື່ອເປັນການແບ່ງປັນ ແລະ ບັນເທົາຄວາມທຸກຂອງພີ່ນ້ອງຮ່ວມຊາດກໍ່ຄືພີ່ນ້ອງທີ່ ແຂວງອັດຕະປື.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)