ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລໃຫ້ຄວາມຊ່ວຍເຫລືອຜູ້ທີ່ຖືກຜົນກະທົບຈາກການເກີດອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ.

26/07/2018

CSR · 26/07/2018

ຜ-ຟຟລ ໃຫ້ຄວາມຊ່ວຍເຫລືອຜູ້ທີ່ຖືກຜົນກະທົບຈາກການເກີດອຸປະຕິເຫດໂຄງການກໍ່ສ້າງເຂື່ອນໄຟຟ້າ  ເຊປຽນ-ເຊນໍ້ານ້ອຍ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ພ້ອມດ້ວຍພະນັກງານທຸກລະດັບ ຂໍສະແດງຄວາມເສົ້າສະຫລົດໃຈ ແລະ ເປັນຫວ່ງເປັນໃຍຢ່າງຍິ່ງຕໍ່ປະຊາຊົນ ຄອບຄົວ ແລະ ທຸກພາກສ່ວນທີ່ໄດ້ຮັບຜົນກະທົບຈາກການເກີດອຸປະຕິເຫດໃນຄັ້ງນີ້. ຜ-ຟຟລ ພ້ອມດ້ວຍພະນັກງານທຸກຄົນ ຈຶ່ງຂໍແບ່ງປັນ ແລະ ບັນເທົາຄວາມທຸກຂອງພີ່ນ້ອງຮ່ວມຊາດ ດ້ວຍການບໍລິຈາກເບື້ອງຕົ້ນ ເປັນຈຳນວນເງິນທັງໝົດ 100.000.000 ກີບ ໃນວັນທີ 25 ກໍລະກົດ 2018; ​ແລະ​ຫວັງ​ຢ່າງ​ຍິ່ງ​ວ່າສະພາບ​ການ​ຕ່າງໆຄົງ​ຈະດີ​ຂຶ້ນ ​ແລະ ສາມາດ​ຄວບ​ຄຸມ​ໄດ້​​.

ພ້ອມກັນນີ້ ເພື່ອຮັບປະກັນຄວາມປອດໄພຂອງບັນດາເຂື່ອນໄຟຟ້າທີ່ຂຶ້ນກັບການຄຸ້ມຄອງ ຂອງ ຜ-ຟຟລ ລວມທັງເຂື່ອນໄຟຟ້າທີ່ ຜ-ຟຟລ ເຂົ້າໄປຮ່ວມຮຸ້ນ ແລະເພື່ອຮັບປະກັນການບໍລິຫານນໍ້າໃຫ້ເກີດປະສິດທິຜົນສູງ ມີຄວາມປອດໄພ ຜ-ຟຟລ ໄດ້ແຕ່ງຕັ້ງຄະນະກຳມະການສະເພາະກິດຂຶ້ນເພື່ອຮັບຜິດຊອບສະເພາະ.

ນອກຈາກນີ້ ຜ-ຟຟລ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ ໂຄງການກໍ່ສ້າງເຂື່ອນໄຟຟ້າ ເຊປຽນ-ເຊນໍ້ານ້ອຍ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ບໍ່ໄດ້ລົງທຶນ ແລະ ບໍ່ໄດ້ເຂົ້າຮ່ວມຮຸ້ນຢູ່ໃນໂຄງການດັ່ງກ່າວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)