ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ມອບທຶນສະໜັບສະໜູນ ແລະ ຜ້າຫົ່ມໃຫ້ແກ່ກະຊວງປ້ອງກັນປະເທດ

25/01/2017

CSR · 25/01/2017

ຜ-ຟຟລ ມອບທຶນສະໜັບສະໜູນ ແລະ ຜ້າຫົ່ມໃຫ້ແກ່ກະຊວງປ້ອງກັນປະເທດ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫະຊົນ ຮ່ວມກັບ ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບທຶນສະໜັບສະໜູນ ແລະ ຜ້າຫົ່ມຈຳນວນ 100 ຜືນ ໃຫ້ແກ່ກະຊວງປ້ອງກັນປະເທດ ໃນວັນທີ 19 ມັງກອນ 2017 ເນື່ອງໃນໂອກາດວັນສ້າງຕັ້ງ ກອງທັບຄົບຮອບ 68 ປີ, ຊຶ່ງນຳພາຄະນະໄປມອບໃນຄັ້ງນີ້ໂດຍ ທ່ານ.ປອ. ຄຳມະນີ ອິນທິລາດ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່. ການສະໜັບສະໜູນໃນຄັ້ງນີ້ ທາງກະຊວງປ້ອງກັນປະເທດແມ່ນຈະໄດ້ນຳໄປຊ່ວຍເຫຼືອພະນັກງານປະຕິວັດອາວຸໂສບຳນານ ແລະ ປະຊາຊົນຜຸ້ທີ່ຂາດເຂີນຢູ່ເຂດຊົນນະບົດພູດອຍທາງພາກເໜືອຂອງລາວ, ຊຶ່ງການມອບໃນຄັ້ງນີ້ກໍ່ເປັນໜຶ່ງໃນການປະກອບສ່ວນທີ່ສຳຄັນທີ່ ຜ-ຟຟລ ໄດ້ປະຕິບັດ ແລະ ປະກອບສ່ວນຊ່ວຍເຫຼືອສັງຄົມຢ່າງຕັ້ງໜ້າດ້ວຍດີຕະຫຼອດມາ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)