ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ໄດ້ຮັບລາງວັນ Green leadership ໃນງານ Asia Responsible Enterprise Award (AREA) 2018

06/06/2018

ຂ່າວ · 06/06/2018

ຜ-ຟຟລ ໄດ້ຮັບລາງວັນ Green leadership ໃນງານ Asia Responsible Enterprise Award (AREA) 2018

ໃນວັນທີ 1 ມິຖຸນາ 2018, ຜ-ຟຟລ ໄດ້ຮັບລາງວັນດີເດັ່ນໃນສາຂາ Green leadership ລາງວັນດັ່ງກ່າວມອບໃຫ້ກັບບັນດາວິສາຫະກິດທີ່ໄດ້ປະກອບສ່ວນໃນການມີສ່ວນຮ່ວມຕໍ່ການສົ່ງເສີມຄວາມຍືນຍົງຂອງສັງຄົມ ແລະ ປົກປັກຮັກສາສິ່ງແວດລ້ອມ ພາຍໃຕ້ ລາງວັນທຸລະກິດທີ່ມີສ່ວນຮ່ວມຕໍ່ສັງຄົມແຫ່ງອາຊີ (Asia Responsible Enterprise Award) ປະຈໍາປີ 2018 ຊຶ່ງມອບໂດຍ Enterprise Asia, ທີ່ ນະຄອນຫຼວງມະນິລາ, ປະເທດ ຟິລິປິນ.

ໃນໂອກາດດຽວກັນ, ທີມງານ ຜ-ຟຟລ ກໍ່ໄດ້ເຂົ້າຮ່ວມ ກອງປະຊຸມສຸດຍອດການມີສ່ວນຮ່ວມໃນສັງຄົມສາກົນ (ICS) ຊຶ່ງໄດ້ຈັດຂຶ້ນໃນມື້ດຽວກັນ, ICS ໄດ້ຮວບຮວມເອົາ ນັກຄິດ, ນັກປະຕິບັດ, ນັກເວົ້າ ແລະ ຜູ້ນໍາທາງດ້ານ Corporate Social Responsible (CSR) ຂອງໂລກ ເພື່ອປະກອບຄໍາຄິດຄໍາເຫັນ ແລະ ແລກປ່ຽນບົດຮຽນກ່ຽວກັບວຽກງານ CSR ໃນຍຸກປະຈຸບັນນີ້. ງານດັ່ງກ່າວໄດ້ມີຜູູ້ເຂົ້າຮ່ວມຫຼາຍກວ່າ 250 ຄົນຈາກ 15 ປະເທດໃນອາຊີ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)