ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ–ຟຟລ ໄດ້ຮັບລາງວັນ Asia’s Best Performing Companies ໃນງານ Asia Corporate Excellence & Sustainability Awards (ACES) 2018

12/10/2018

ຂ່າວ · 12/10/2018

ຜ–ຟຟລ ໄດ້ຮັບລາງວັນ Asia’s Best Performing Companies ໃນງານ Asia Corporate Excellence & Sustainability Awards (ACES) 2018

ໃນວັນທີ 11 ຕຸລາ 2018, ຜ-ຟຟລ ໄດ້ຮັບລາງວັນຜົນງານດີເດັ່ນໃນສາຂາ Asia’s Best Performing Companies ພາຍໃຕ້ ພິທີມອບລາງວັນທຸລະກິດທີ່ດີເດັ່ນ ແລະ ຍືນຍົງແຫ່ງອາຊີ (Asia Corporate Excellence & Sustainability Award) ປະຈໍາປີ 2018 ຊຶ່ງມອບໂດຍ MORS, ທີ່ປະເທດສິງກະໂປ.

ຜ-ຟຟລ ເປັນພຽງ 1 ໃນ 5 ບໍລິສັດໃນອາຊີໃນປີນີ້ທີ່ເປັນຜູ້ຊະນະໃນສາຂາລາງວັນນີ້. ລາງວັນດັ່ງກ່າວມອບໃຫ້ກັບບັນດາວິສາຫະກິດທີ່ໄດ້ມີຜົນງານທີ່ດີເດັ່ນໃນການຂະຫຍາຍທຸລະກິດໃນໄລຍະຜ່ານມາ ແລະມີທ່າແຮງກາຍເປັນບໍລິສັດຂະຫນາດໃຫຍ່ຂອງອາຊີໃນອະນາຄົດ. ການຮ່ວມຮັບລາງວັນຄັ້ງນີ້ ໄດ້ນຳໂດຍ ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ, ແລະ ທ່ານ ດຣ. ບຸນສະຫຼອງ ສຸດທິດາຣາ, ຮອງຜູ້ອຳນວຍການໃຫຍ່ສາຍງານການເງິນ ຜ-ຟຟລ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)