ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › CSR

ຜ-ຟຟລ ມອບອຸປະກອນ PLC ໃຫ້ກັບຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ

22/05/2017

CSR · 22/05/2017

ຜ-ຟຟລ ມອບອຸປະກອນ PLC ໃຫ້ກັບຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ

ວັນທີ 19 ພຶດສະພາ 2017, ທີ່ ສຳນັກງານໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ). ທ່ານ ນາງ ລັດຕະນາ ປະທຸມວັນ, ຜູ້ອຳນວຍການໃຫຍ່ ຜ-ຟຟລ ພ້ອມດ້ວຍຄະນະ ໄດ້ມອບ ອຸປະກອນ PLC ໃຫ້ກັບຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ. ສໍາລັບ ອຸປະກອນ PLC ຫຼື Programmable logic Controller ເປັນອຸປະກອນທີ່ເຮັດໜ້າທີ່ ຄວບຄຸມການເຮັດວຽກຂອງເຄື່ອງຈັກ ຫຼື ຂະບວນການເຮັດວຽກຕ່າງໆ ໂດຍພາຍໃນມີ Micro processor ເປັນສະໝອງສັ່ງການ. ນອກນັ້ນ ອຸປະກອນ PLC ມີຄວາມສຳຄັນຫຼາຍ ເນື່ອງຈາກປັດຈຸບັນ ແມ່ນໃຊ້ເປັນອຸປະກອນຫຼັກທີ່ໃຊ້ໄປຄວບຄຸມການເຮັດວຽກຕ່າງໆຂອງເຄື່ອງຈັກ ແທນການຄວບຄຸມແບບແຕ່ກ່ອນ ຄື Manual ແລະ ມີຄວາມສະດວກສະບາຍວ່ອງໄວ ແລະ ຖືກຕ້ອງຊັດເຈນ. ເນື່ອງຈາກ ຜ-ຟຟລ ເຫັນໄດ້ເຖິງຄວາມສໍາຄັນຂອງການສຶກສາດ້ວຍດີຕະຫຼອດມາ, ດັ່ງນັ້ນ ຈຶ່ງມອບອຸປະກອນດັ່ງກ່າວ ໃຫ້ກັບ ຄະນະວິສະວະກໍາສາດ ເພື່ອຈະໄດ້ນໍາໄປໃຊ້ເປັນອຸປະກອນເພື່ອທົດລອງ, ຄົ້ນຄວ້າໂຄງປະກອບສ້າງ ແລະ ຫຼັກການຂອງ ການເຮັດວຽກຂອງອຸປະກອນ, ສິ່ງທີ່ສຳຄັນ ຈະຊ່ວຍໃຫ້ນັກສຶກສາໄດ້ມີການພັດທະນາຄວາມສາມາດ, ຮຽນຮູ້ຈາກການສໍາພັດຕົວຈິງຂອງອຸປະກອນນີ້ເພື່ອໄປຕໍ່ຍອດໃນອານາຄົດ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)