ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ເຂົ້າຮ່ວມງານ ຕະຫຼາດທຶນລາວ ຄົບຮອບ 15 ປີ

14/11/2025

ຂ່າວ · 14/11/2025

ວັນທີ 11 ພະຈິກ 2025 ທີ່ຫ້ອງປະຊຸມຕະຫຼາດຫຼັກຊັບລາວ, ນະຄອນຫຼວງວຽງຈັນ, ສໍານັກງານຄະນະກຳມະການຄຸ້ມຄອງຫຼັກຊັບ (ສຄຄຊ) ໄດ້ຈັດພິທີສະຫຼຸບຜົນງານຕະຫຼາດທຶນລາວ ຄົບຮອບ 15 ປີ (2010-–2025) ໂດຍການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານ ສຄຄຊ.

ໃນພິທີດັ່ງກ່າວ ທ່ານ ສຸກສະຫວາດ ໂສສຸພັນ, ຜູ້ອຳນວຍການໃຫຍ່ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ຂຶ້ນຮັບໃບຍ້ອງຍໍ, ໃບຊົມເຊີຍ ແລະ ໂລ່ລະນຶກ ຈາກທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ນາງ ບຸນຄຳ ວິລະຈິດ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະ ທ່ານ ແພງສີ ແພງເມືອງ, ຫົວໜ້າ ສຄຄຊ.

ຕະຫຼາດທຶນລາວໃນຮອບ 15 ປີທີ່ຜ່ານມາ ໄດ້ບັນລຸຜົນສຳເລັດຫຼາຍດ້ານ ເຊັ່ນ:

  • ການເພີ່ມຂຶ້ນຂອງທຶນທີ່ລະດົມຜ່ານຕະຫຼາດທຽບໃສ່ GDP
  • ຈຳນວນບໍລິສັດທີ່ຈົດທະບຽນ ແລະ ນັກລົງທຶນໃໝ່ໆ ເພີ່ມຂຶ້ນຢ່າງຕໍ່ເນື່ອງ
  • ການພັດທະນານິຕິກຳ ແລະ ການຂະຫຍາຍຄວາມຮ່ວມມືກັບປະເທດໃນພາກພື້ນ ແລະ ສາກົນ

ພາຍໃນງານ ທ່ານ ແພງສີ ແພງເມືອງ ຫົວໜ້າ ສຄຄຊ, ໄດ້ລາຍງານວຽກງານໃນໄລຍະຜ່ານມາ ແລະ ແຜນພັດທະນາວຽກງານ 5 ປີຕໍ່ໜ້າ ເພື່ອເຮັດໃຫ້ຕະຫຼາດທຶນລາວມີການຍົກລະດັບເພີ່ມຂື້ນ ແລະ ສົ່ງເສີມການເຕີບໂຕຢ່າງມີປະສິດທິຜົນ. ແລະ ພ້ອມດຽວກັນນັ້ນ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ໄດ້ໃຫ້ຄຳແນະນຳແກ່ບັນດາຫົວໜ່ວຍທຸລະກິດແຕ່ລະພາກສ່ວນຕ່າງໆ ຂັບເຄື່ອນຕະຫຼາດທຶນລາວໃຫ້ເຕີບໂຕທັງດ້ານປະລິມານ ແລະ ຄຸນນະພາບ ໃຫ້ທັນສະໄໝ, ສີຂຽວ ແລະ ຍືນຍົງ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)