ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ທີ່ຈັດຂຶ້ນທີ່ ເຂື່ອນໄຟຟ້ານໍ້າງື່ມ 3

28/08/2019

ຂ່າວ · 28/08/2019

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ທີ່ຈັດຂຶ້ນທີ່ ເຂື່ອນໄຟຟ້ານໍ້າງື່ມ 3

ໃນວັນທີ 27 ສິງຫາ ປີ 2019, ສະມາຊິກກຳມະບານໜ່ວຍ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ ໄດ້ເຂົ້າຮ່ວມກິດຈະກຳປູກຕົ້ນໄມ້ທີ່ຈັດຂຶ້ນທີ່ ເຂື່ອນໄຟຟ້ານໍ້າງື່ມ 3 ເມືອງລອງແຈ້ງ, ແຂວງໄຊສົມບູນ. ນໍາພາໂດຍ  ທ່ານ ພອນທະວີ ພົມມາລາ,  ຄະນະໜ່ວຍພັກ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້ານໍ້າງື່ມ3 ພາວເວີ້ ຈໍາກັດ, ທ່ານ ນາງ ສຸກສັນ ພົງພິລາ, ຜູ້ຊ່ວຍຜູ້ອຳນວຍການໃຫຍ່ ຜ-ຟຟລ, ຮອງປະທານສະຫະພັນກຳມະບານຮາກຖານ ລັດວິສາຫະກິດໄຟຟ້າລາວ, ບັນດາຕົວແທນສະມາຊິກກຳມະບານຈາກ ຜ-ຟຟລ ແລະ ພະນັກງານຂອງບໍລິສັດ ໄຟຟ້ານໍ້າງື່ມ3 ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງເພື່ອສ້າງໃຫ້ບໍລິເວນຫ້ອງການ ແລະ ແຄ້ມພັກຂອງພະນັກງານເຂື່ອນມີພື້ນທີ່ສີຂຽວ ເພີ້ມຂຶ້ນ ໂດຍສະເພາະ ວຽກງານປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ. ໃນຄັ້ງນີ້ ຖືເປັນຄັ້ງທຳອິດທີ່ຫນ່ວຍກຳມະບານຮາກຖານ ບໍລິສັດໄດ້ຈັດຂຶ້ນ ແະ ທັງເປັນການສ້າງຂະບວນການຂອງວຽກງານກຳມະບານອີກດ້ວຍ. ໂດຍພັນໄມ້ລວມມີ ຕົ້ນໄມ້ໃຫ້ຫມາກ, ຕົ້ນໄມ້ປະດັບ ແລະ ຕົ້ນໄມ້ ມົງຄຸນ ຈໍານວນ 200 ຕົ້ນ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)