ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ເຂົ້າຮ່ວມງານ “ພິທີມອບ-ຮັບລາງວັນເປີດເຜີຍຂໍ້ມູນດີເດັ່ນ ແລະ ລາງວັນຄຸ້ມຄອງ ບໍລິຫານດີເດັ່ນ ປະຈຳປີ 2023 ຂອງບໍລິສັດຈົດທະບຽນໃນຕະຫຼາດຫຼັກຊັບລາວ”

12/12/2023

ຂ່າວ · 12/12/2023

ໃນວັນທີ 07 ທັນວາ 2023 ທີ່ຜ່ານມາ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ເຂົ້າຮ່ວມງານ “ພິທີມອບ- ຮັບລາງວັນເປີດເຜີຍຂໍ້ມູນດີເດັ່ນ ແລະ ລາງວັນຄຸ້ມຄອງບໍລິຫານດີເດັ່ນປະຈໍາປີ 2023 ຂອງບໍລິສັດຈົດທະບຽນໃນ ຕະຫຼາດຫຼັກຊັບລາວ ຫຼື ຕລຊລ (LSX Disclosure and Corporate Governance Award 2023)".

ໃນປີ 2023 ຜ-ຟຟລ ແມ່ນໄດ້ລາງວັນຄື: “ການເປີດເຜີຍຂໍ້ມູນດີເດັ່ນປະເພດ 1”, ແລະ “ການຄຸ້ມຄອງບໍລິຫານດີເດັ່ນປະເພດ 2”.

ເຊິ່ງ ທ່ານ ດາວວຽງ ສຸນັນທະລາດ ຮອງຜູ້ອຳນວຍການໃຫຍ່ ເປັນຜູ້ຕ່າງໜ້າ ຜ-ຟຟລ ເປັນຜູ້ຮັບລາງວັນດັ່ງກ່າວໃນຄັ່ງນີ້

ພິທີມອບຮັບລາງວັນໃນປີນີ້ ແມ່ນເພື່ອເປັນການສະຫຼຸບຕີລາຄາຍ້ອງຍໍຜົນງານການເປີດເຜີຍຂໍ້ມູນ ແລະ ການຄຸ້ມຄອງບໍລິຫານດີເດັ່ນ ຂອງບໍລິສັດຈົດທະບຽນໃນ ຕລຊລ ຕະຫຼອດໄລຍະປີ 2023 ທີ່ຕ້ອງໄດ້ປະຕິບັດວຽກງານການ ເປີດເຜີຍຂໍ້ມູນໃຫ້ແກ່ບັນດາຜູ້ລົງທຶນ ແລະ ມວນຊົນຮັບຊາບເປັນປະຈຳ.

ນອກຈາກນັ້ນຍັງໄດ້ມີການຈັດຕັ້ງປະຕິບັດ ການຄຸ້ມຄອງບໍລິຫານຂອງ ຜ-ຟຟລ.

ການມອບຮັບລາງວັນດັ່ງກ່າວ ຍັງເປັນການກະຕຸກຊຸກຍູ້ໃຫ້ບັນດາບໍລິສັດທີ່ ຈົດທະບຽນໄດ້ປະຕິບັດການລາຍງານ ແລະ ເປີດເຜີຍຂໍ້ມູນໃຫ້ສືບຕໍ່ເປັນປົກກະຕິຕໍ່ເນື່ອງເພື່ອສ້າງຄວາມເຊື່ອໝັ້ນແກ່ນັກ ລົງທຶນພາຍໃນ ແລະ ຕ່າງປະເທດ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)