ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ເຂົ້າຮ່ວມ ກອງປະຊຸມສໍາມະນາ ຈັດຂຶ້ນໃຫ້ແກ່ບັນດາບໍລິສັດເປົ້າໝາຍ ທີ່ຈະລະດົມທຶນຜ່ານຕະຫຼາດທຶນລາວ

22/02/2023

ຂ່າວ · 22/02/2023

ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (EDL-Gen) ໄດ້ເຂົ້າຮ່ວມ ກອງປະຊຸມສໍາມະນາທີ່ຈັດຂຶ້ນ ໃຫ້ແກ່ບັນດາບໍລິສັດເປົ້າໝາຍ ທີ່ຈະລະດົມທຶນຜ່ານຕະຫຼາດທຶນລາວ ໃນຫົວຂໍ້: "ການເຕີບໃຫຍ່ຂອງທຸລະກິດໃນຂົງເຂດຕະຫຼາດທຶນ" ເຊີ່ງກອງປະຊຸມດັ່ງກ່າວຈັດໂດຍ: ສຳນັກງານຄະນະກຳມະການຄຸ້ມຄອງຫຼັກຊັບລາວ, ຕະຫຼາດຫຼັກຊັບລາວ ແລະ 4 ບໍລິສັດຫຼັກຊັບ, ໃນວັນທີ 13-17 ກຸມພາ 2023 ທີ່ແຂວງ ໄຊຍະບູລີ ແລະ ແຂວງ ຫຼວງພະບາງ.

ໃນໂອກາດດັ່ງກ່າວນີ້ພາຍໃນງານ EDL-Gen ໄດ້ນຳສະເໜີປະຫວັດ ຄວາມເປັນມາ ການດຳເນີນທຸລະກິດ ແລະ ຜົນປະໂຫຍດຂອງການເຂົ້າຈົດທະບຽນໃນຕະຫຼາດຫຼັກຊັບລາວ ໃຫ້ແກ່ຫົວໜ່ວຍທຸກິດ ແລະ ກຸ່ມບໍລິສັດເປົ້າໝາຍ ພ້ອມທັງຊຸກຍູ້ບັນດາບໍລິສັດ ໃຫ້ເຂົ້າຮ່ວມການຈົດທະບຽນໃນຕະຫຼາດຫຼັກຊັບລາວ ເພື່ອຫັນເປັນບໍລິສັດມະຫາຊົນ. ໃນການສຳມະນາຄັ້ງນີ້, ມີຈຸດປະສົງເພື່ອແນໃສ່ ການສະໜັບສະໜູນຊຸກຍູ້ ບັນດາບໍລິສັດໃຫ້ເຂົ້າເຖິງການລະດົມທຶນ ຜ່ານຕະຫຼາດທຶນ, ມີໂອກາດແລກປ່ຽນຄວາມຄິດເຫັນ ແລະ ສ້າງຄວາມເຂົ້າໃຈກ່ຽວກັບຕະຫຼາດທຶນຂອງລາວ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)