ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດກິດຈະກຳ “ປູກຕົ້ນໄມ້ ແລະ ປ່ອຍປາ ປະຈຳປີ 2026”

03/06/2026

ຂ່າວ · 03/06/2026

ໃນວັນທີ 28 ພຶດສະພາ 2026 ທີ່ ເຂື່ອນໄຟຟ້າເຊເສັດ 1-2 ເມືອງ ເລົ່າງາມ, ແຂວງສາລະວັນ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດກິດຈະກຳ “ປູກຕົ້ນໄມ້ ແລະ ປ່ອຍປາ ປະຈຳປີ 2026” ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ຄົບຮອບ 102 ປີ ແລະ ວັນປູກຕົ້ນໄມ້ແຫ່ງຊາດ ຄົບຮອບ 46 ປີ ທີ່ຈະມາເຖິງໃນວັນທີ 1 ມິຖຸນາ 2026.

ໃຫ້ກຽດເຂົ້າຮ່ວມພິທີ ໂດຍ ທ່ານ ປອ. ດາວວົງ ພອນແກ້ວ, ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງສາລະວັນ ພ້ອມດ້ວຍຄະນະນຳຈາກຫ້ອງວ່າການແຂວງ, ພະແນກການ, ອຳນາດການປົກຄອງທ້ອງຖິ່ນ, ຄະນະນຳ ຜ-ຟຟລ, ບໍລິສັດໃນເຄືອ, ລັດວິສາຫະກິດໄຟຟ້າລາວ ສາຂາ ແຂວງ ສາລະວັນ, ແຂກຜູ້ມີກຽດ ແລະ ພະນັກງານ ຜ-ຟຟລ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ທ່ານ ສຸກສະຫວາດ ໂສສຸພັນ ຜູ້ອຳນວຍການໃຫຍ່ ຜ-ຟຟລ ໄດ້ກ່າວວ່າ: ວຽກງານສິ່ງແວດລ້ອມ-ສັງຄົມ ແມ່ນໜຶ່ງໃນພາລະກິດສຳຄັນ ທີ່ ຜ-ຟຟລ ໄດ້ໃຫ້ຄວາມສຳຄັນ ແລະ ດຳເນີນຢ່າງຕໍ່ເນື່ອງ ຄຽງຄູ່ກັບການຜະລິດພະລັງງານໄຟຟ້າ ເພື່ອສົ່ງເສີມການພັດທະນາແບບຍືນຍົງ.

ໃນໄລຍະ 10 ກວ່າປີຜ່ານມາ ຜ-ຟຟລ ໄດ້ຈັດກິດຈະກຳປູກຕົ້ນໄມ້ ແລະ ປ່ອຍປາ ຢູ່ບັນດາເຂື່ອນໄຟຟ້າ ທີ່ ຜ-ຟຟລ ຄຸ້ມຄອງ ສາມາດປູກຕົ້ນໄມ້ໄດ້ຫຼາຍກວ່າ 72,000 ຕົ້ນ ແລະ ປ່ອຍປາລົງສູ່ແຫຼ່ງນໍ້າທຳມະຊາດກວ່າ 451,830 ໂຕ ເພື່ອຟື້ນຟູລະບົບນິເວດ, ເພີ່ມພື້ນທີ່ສີຂຽວ ແລະ ອະນຸລັກຊີວະນານາພັນ ຄຽງຄູ່ກັບການຜະລິດໄຟຟ້າ.

ສຳລັບກິດຈະກຳໃນປີ 2026 ນີ້ ໄດ້ມີການປູກຕົ້ນໄມ້ຈຳນວນ 400 ຕົ້ນ ບໍລິເວນສະໜາມກິລາ, ຂອງເຂື່ອນໄຟຟ້າເຊເສັດ 1-2 ໂດຍມີພັນໄມ້ດູ່, ໄມ້ແຕ້ຂ່າ ແລະ ໄມ້ໃຫ້ໝາກ.

ພ້ອມກັນນັ້ນ ຍັງໄດ້ປ່ອຍປາພື້ນເມືອງຈຳນວນ 20,000 ໂຕ ລົງສູ່ເຂດວັງສະຫງວນສາຍນໍ້າເຊເສັດ ບໍລິເວນທ້າຍໂຮງຈັກ ເພື່ອຟື້ນຟູລະບົບນິເວດ ແລະ ຮັກສາຄວາມອຸດົມສົມບູນຂອງແຫຼ່ງນໍ້າທຳມະຊາດ.

ກິດຈະກຳດັ່ງກ່າວ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມຂອງ ຜ-ຟຟລ ເທົ່ານັ້ນ ແຕ່ຍັງເປັນການສ້າງຈິດສຳນຶກໃຫ້ສັງຄົມ ໂດຍສະເພາະເດັກນ້ອຍ ແລະ ຄົນຮຸ່ນໃໝ່ ໃຫ້ເຫັນຄຸນຄ່າຂອງການອະນຸລັກທຳມະຊາດ ເພື່ອການພັດທະນາແບບຍືນຍົງໃນອະນາຄົດ.

ເຂື່ອນໄຟຟ້າເຊເສັດ 1-2 ແມ່ນຢູ່ພາຍໃຕ້ການຄຸ້ມຄອງຂອງ ຜ-ຟຟລ


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)