ໂລໂກ້ ຜ-ຟຟລ ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ
EDL-Generation Public Company
ໜ້າຫຼັກ › ຂ່າວສານ › ຂ່າວ

ຜ-ຟຟລ ຈັດຝຶກອົບຮົມນຳໃຊ້ Software HEC-ResSim ເພື່ອເພີ່ມປະສິດທິພາບການບໍລິຫານຈັດການນ້ຳນອງຂອງເຂື່ອນ

11/06/2026

ຂ່າວ · 11/06/2026

ໃນວັນທີ 8-12 ມິຖຸນາ 2026 ທີ່ ຕຶກສູນຝຶກໄຟຟ້າລາວ, ບໍລິສັດ ຜະລິດ-ໄຟຟ້າລາວ ມະຫາຊົນ (ຜ-ຟຟລ) ໄດ້ຈັດການຝຶກອົບຮົມໃນຫົວຂໍ້ “ການນຳໃຊ້ Software HEC-ResSim ເຂົ້າໃນການບໍລິຫານຈັດການນ້ຳນອງ ຂອງເຂື່ອນ ຜ-ຟຟລ” ໂດຍມີ ທ່ານ ສີລິພົມ ແສງອ່ອນແກ້ວ, ຮອງຜູ້ອຳນວຍການໃຫຍ່ ສາຍງານຜະລິດ ຜ-ຟຟລ ເປັນປະທານໃນພິທີເປີດ, ມີຜູ້ເຂົ້າຮ່ວມຈາກເຂື່ອນທີ່ມີອ່າງເກັບນ້ຳຈຳນວນ 2 ທ່ານ ຕໍ່ເຂື່ອນ ແລະ ພະແນກ GHC, Dam Safety ຈຳນວນ 8 ທ່ານ, ຕາງໜ້າສະຖາບັນ ລັດວິສາຫະກິດໄຟຟ້າລາວ

ການຝຶກອົບຮົມໃນຄັ້ງນີ້ ໄດ້ຮັບການຖ່າຍທອດຄວາມຮູ້ໂດຍ ວິທະຍາກອນ ຈາກ ບໍລິສັດ ວີນ ຄອນຊາວຕັນ ເອັນຈີເນຍລີ່ງ ໂດຍມີຈຸດປະສົງເພື່ອຍົກລະດັບຄວາມຮູ້ ແລະ ທັກສະຂອງພະນັກງານໃນການນຳໃຊ້ໂປຣແກຣມ HEC-ResSim ສຳລັບການຈຳລອງ ແລະ ບໍລິຫານອ່າງເກັບນ້ຳຂອງເຂື່ອນ ໃຫ້ມີຄວາມຖືກຕ້ອງ, ທັນສະໄໝ ແລະ ມີປະສິດທິຜົນຫຼາຍຂຶ້ນ.

ໃນພິທີເປີດ, ທ່ານ ສີລິພົມ ໄດ້ກ່າວວ່າ ການບໍລິຫານຈັດການນ້ຳນອງ ແລະ ການຄວບຄຸມລະດັບນ້ຳໃນອ່າງເກັບນ້ຳ ເປັນພາລະກິດສຳຄັນຕໍ່ການດຳເນີນງານຂອງເຂື່ອນໄຟຟ້າ. ໃນສະພາບທີ່ການປ່ຽນແປງດິນຟ້າອາກາດສົ່ງຜົນໃຫ້ປະລິມານນ້ຳຝົນ ແລະ ການໄຫຼຂອງນ້ຳມີຄວາມຜັນຜວນຫຼາຍຂຶ້ນ, ການນຳໃຊ້ເຕັກໂນໂລຊີ ແລະ ຊອບແວທີ່ທັນສະໄໝ ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ເພື່ອຊ່ວຍໃນການວາງແຜນ, ຈຳລອງສະຖານະການ ແລະ ຕັດສິນໃຈດ້ານການບໍລິຫານນ້ຳໃຫ້ມີປະສິດທິຜົນສູງສຸດ.

ທ່ານຍັງໄດ້ເນັ້ນຢ້ຳວ່າ Software HEC-ResSim ເປັນເຄື່ອງມືທີ່ຖືກນຳໃຊ້ຢ່າງແຜ່ຫຼາຍໃນລະດັບສາກົນ ສຳລັບການຈຳລອງ ແລະ ຄວບຄຸມການດຳເນີນງານຂອງອ່າງເກັບນ້ຳ. ການນຳໃຊ້ໂປຣແກຣມດັ່ງກ່າວຈະຊ່ວຍໃຫ້ ຜ-ຟຟລ ສາມາດຫຼຸດຜ່ອນການສູນເສຍນ້ຳຜ່ານທາງ Spillway, ເພີ່ມປະສິດທິພາບການກັກເກັບນ້ຳ, ສະໜັບສະໜູນການຄວບຄຸມໄພນ້ຳຖ້ວມໃນລະດູຝົນ, ຮັບປະກັນການສະໜອງພະລັງງານໃນລະດູແລ້ງ ແລະ ສົ່ງເສີມການຜະລິດໄຟຟ້າໃຫ້ມີຄວາມໝັ້ນຄົງ ແລະ ຍືນຍົງ.

ສຳລັບການຝຶກອົບຮົມຄັ້ງນີ້ ຍັງມີເປົ້າໝາຍເພື່ອພັດທະນາຂີດຄວາມສາມາດຂອງບຸກຄະລາກອນໃນການນຳໃຊ້ການຈຳລອງຂໍ້ມູນ ເພື່ອວິເຄາະ ແລະ ຄົ້ນຫາຄ່າຕົວແປທີ່ເໝາະສົມຕໍ່ການຜະລິດກະແສໄຟຟ້າ, ພ້ອມທັງຍົກລະດັບວຽກງານຄວາມປອດໄພເຂື່ອນ ແລະ ການບໍລິຫານຊັບພະຍາກອນນ້ຳໃຫ້ສອດຄ່ອງກັບມາດຕະຖານສາກົນ.

ການຝຶກອົບຮົມດັ່ງກ່າວ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງ ຜ-ຟຟລ ໃນການນຳເອົານະວັດຕະກຳ ແລະ ເຕັກໂນໂລຊີສະໄໝໃໝ່ ມາປະຍຸກໃຊ້ໃນການບໍລິຫານຈັດການເຂື່ອນໄຟຟ້າ ເພື່ອເພີ່ມປະສິດທິຜົນການຜະລິດໄຟຟ້າ, ສ້າງຄວາມປອດໄພໃຫ້ແກ່ຊຸມຊົນ ແລະ ສົ່ງເສີມການພັດທະນາພະລັງງານນ້ຳຢ່າງຍືນຍົງ.


← ຂ່າວທັງໝົດ

ທາງເລືອກທີ່ຍືນຍົງສຳລັບທ່ານ, ພະລັງງານທີ່ຍືນຍົງສຳລັບຊາດ

Outlook ↗ກວດອີເມວພະນັກງານ (Outlook)